ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳກະຊວງປ້ອງກັນປະເທດຢ້ຽມຊົມງານວາງສະແດງຮູບພາບ ປະເທດຣັດເຊຍ
ເວລາອອກຂ່າວ: 2021-04-22 08:10:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ວັນທີ 20 ເມສາ 2021 ນີ້, ການນໍາກະຊວງປ້ອງກັນປະເທດ ນໍາໂດຍທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຮອງລັດ ຖະມົນຕີ ແລະ ຕາງໜ້າ ບັນດາກົມໃຫຍ່, ຫ້ອງວ່າການ ກະຊວງ ໄດ້ເຂົ້າຢ້ຽມຊົມງານ ວາງສະແດງຮູບພາບ ກ່ຽວກັບ ສະຖານທີ່ໂດ່ງດັງ ເຊິ່ງເປັນແຫຼ່ງ ທ່ອງທ່ຽວທາງດ້ານວັດທະນະ ທໍາ, ປະຫວັດສາດ ແລະ ທໍາມະ ຊາດ ຢູ່ຕາມຕົວເມືອງໃຫຍ່ຕ່າງໆ ແຕ່ລະພາກຂອງປະເທດຣັດເຊຍ, ງານດັ່ງກ່າວຈັດຂຶ້ນຢູ່ທີ່ຫ້ອງ ການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈໍາ ລາວ, ໂດຍມີ ທ່ານ ວລາດີມີຣ ກາລີນິນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາລາວ ເຂົ້າຮ່ວມຮັບຊົມ. ຮູບພາບທີ່ນໍາມາວາງສະແດງ ໃນຄັ້ງນີ້, ລ້ວນແຕ່ໄດ້ຍົກໃຫ້ ເຫັນຄວາມເປັນມາທາງດ້ານ ປະຫວັດສາດຂອງສະຖານທີ່ ທ່ອງທ່ຽວວັດທະນາທໍາ ແລະ ຮີດຄອງປະເພນີຕົວເມືອງ ຕ່າງໆຂອງຣັດເຊຍ ໃນນັ້ນ, ລວມມີຮູບພາບສໍານັກງານ ໃຫຍ່ຂອງກະຊວງປ້ອງກັນ ປະເທດ ແຫ່ງ ສ ຣັດເຊຍ, ໂບດ ວາຊີເລຍ ບະລາເຊັນນາວາ ສະຕະວັດທີ 16 ເຊິ່ງປຽບດັ່ງຫົວໃຈຂອງນະຄອນຫຼວງມົດສະກູ, ຮູບພາບວັງລະດູໜາວ, ປ້ອມປາການ ເປຕຣາປາວະໂລບ ສະກາຢາ ແລະ ສະຖານທີ່ທອງ ທ່ຽວອັນສໍາຄັນອື່ນໆ ຂອງນະ ຄອນເກົ່າ ເມືອງຊັງປີເຕີສະເບີກ, ແມ່ນໍ້າເນຍວາ, ລວມທັງເມືອງໂວ ກາກຣາດ, ເມືອງຄຮືມ, ເມືອງເຊ ວາສະໂຕໂປລິ, ເມືອງອີຣກຸດ, ເຂດກາບກາດ, ເຂດຊີບີຣີ, ໝູ່ ເກາະ, ພູສູງ ແລະ ໂບດຕ່າງໆ ທີ່ຖືກສ້າງຂຶ້ນແຕ່ສະຕະວັດທີ 9-19 ແລະ ສະຖານທີ່ສໍາຄັນ ອື່ນໆ ຢູ່ໃນ 85 ລັດ ຂອງ ສ ຣັດ ເຊຍ. ສໍາລັບຮູບຖ່າຍທີ່ນໍາມາສະ ແດງທັງໝົດ ແມ່ນຖ່າຍໂດຍພະ ນັກງານທະຫານກົມໃຫຍ່ຮ່ວມ ມືສາກົນດ້ານການທະຫານຂອງ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ງານວາງສະແດງ ຮູບພາບດັ່ງກ່າວແມ່ນໄດ້ຮັບ ການສະໜັບສະໜູນຈາກສະ ມາຄົມພູມສາດ ທົ່ວປວງຊົນ ຣັດເຊຍ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ