ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊຸກຍູ້ສົ່ງເສີມຜູ້ອອກເເຮງງານໃຫ້ເຂົ້າສູ່ລະບົບ
ເວລາອອກຂ່າວ: 2021-04-22 08:27:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 20 ເມສາ 2021 ນີ້, ກະຊວງແຮງງານ ແລະ ສະ ຫັວດດີການສັງຄົມ (ຮສສ) ຮ່ວມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ເຊິ່ງນໍາໂດຍທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະ ມົນຕີກະຊວງ ຮສສ ພ້ອມດ້ວຍ ຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແຮງງານຢູ່ບໍລິສັດ ທຣີໂອ ລາວ ເອັກສປອດ ຈໍາກັດ ທີ່ບ້ານສີເກີດ ເມືອງນາຊາຍທອງ ແລະ ບໍລິສັດ ຕຣີມາກ ຈໍາກັດທີ່ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ. ທ່ານ ຊົມພູ ອຸດົມພອນ ຕາງ ໜ້າບໍລິສັດ ທຣີໂອ ລາວ ເອັກສ ປອດ ຈໍາກັດ ໄດ້ໃຫ້ຮູ້ວ່າ : ບໍລິສັດ ຂອງພວກເຮົາເປັນການລົງທຶນ ຂອງຕ່າງປະເທດ 100%, ໄດ້ ສ້າງຕັ້ງຂຶ້ນໃນປີ 1995 ແລະ ດໍາເນີນກິດຈະການໃນເດືອນ ມິຖຸນາ 1996 ເປັນຕົ້ນມາ ເຊິ່ງເມື່ອກ່ອນມີແຮງງານປະ ມານ 400 ກວ່າຄົນ ມາຮອດ ປັດຈຸບັນມີແຮງງານທັງໝົດ 2.500 ກວ່າຄົນ, ສ່ວນ ຫຼາຍຈະເປັນເພດຍິງ, ການດໍາ ເນີນທຸລະກິດແມ່ນຜະລິດປະ ເພດເຄື່ອງນຸ່ງຫົ່ມ ເປັນຕົ້ນ ເສື້ອ, ໂສ້ງ, ກະເປົາ, ໝວກ, ເຄື່ອງແບບ ສໍາລັບກໍາມະກອນ. ການສົ່ງອອກ ໂດຍຕົ້ນຕໍແມ່ນຕະຫຼາດເອີຣົບ ສາມາດຜະລິດ ແລະ ສົ່ງອອກ ພາຍໃນເດືອນໄດ້ປະມານ 2 ແສນກວ່າໂຕ ເປັນມູນຄ່າປະມານ 3 ລ້ານກວ່າໂດລາ; ສໍາລັບການ ເບີກຈ່າຍເງິນເດືອນໃຫ້ພະນັກ ງານ ໄດ້ປະຕິບັດ 2 ເທື່ອຕໍ່ ເດືອນ ແລະ ປະຕິບັດຕາມເງິນ ເດືອນຂັ້ນຕໍ່າທີ່ລັດຖະບານກໍາ ນົດໄວ້ ລາຍຮັບຕາມວິຊາສະ ເພາະສີມືຂອງເຂົາເຈົ້າເອງ. ບໍລິສັດແມ່ນໄດ້ເຂົ້າເປັນສະ ມາຊິກຂອງກອງທຶນປະກັນສັງ ຄົມຕັ້ງແຕ່ເລີ່ມຕົ້ນ. ວຽກງານ ສະຫວັດດີການຂອງແຮງງານ ທາງບໍລິສັດໄດ້ມີຫໍພັກໃຫ້, ໄຟຟ້າ, ນໍ້າປະປາ ມີລົດຮັບ-ສົ່ງ ພ້ອມນີ້ ທ່ານ ນາງ ມຸກດາ ແກ້ວ ສຸດທິພົນ ຕາງໜ້າບໍລິສັດ ຕຣີ ມາກ ໄດ້ໃຫ້ຮູ້ວ່າ: ພວກເຮົາໄດ້ ເປີດບໍລິດສັດໃນປີ 1994 ດໍາ ເນີນທຸລະກິດໃນການຕັດຫຍິບ ໂດຍຈະສົ່ງສິນຄ້າອອກໄປເອີຣົບ ແລະ ອາເມຣິກາ ປັດຈຸບັນ ບໍລິ ສັດ ມີພະນັກງານທັງໝົດ 724 ຄົນ; ບໍລິສັດໄດ້ມີໂຄງການສົ່ງເສີມ ການສຶກສາກໍຄືໂຄງການສະ ໜັບສະໜູນການຮຽນ-ການສອນ ໃຫ້ແກ່ພະນັກງານໃນບໍລິສັດ ເພາະ ສ່ວນຫຼາຍແຮງງານແມ່ນບໍ່ໄດ້ ຮຽນໜັງສື ເຊິ່ງເຮັດໃຫ້ພະ ນັກງານເຮັດວຽກດີຂຶ້ນຫຼາຍ. ແລະ ມີການມອບທຶນການສຶກ ສາໃຫ້ພະນັກງານໃນທຸກໆປີ ພ້ອມ ທັງລູກຫຼານຂອງພະນັກງານບໍ ລິສັດ. ປັດຈຸບັນ ບໍລິສັດກໍາລັງ ປັບປຸງທັງໝົດໃນງົບປະມານ 34 ລ້ານບາດ (ສະກຸນເງິນໄທ) ເປັນຕົ້ນປັບປຸງ, ຫ້ອງຜະລິດ, ແລະ ລະບົບອື່ນໆຈະໃຫ້ສໍາເລັດ ພາຍໃນເດືອນພຶດສະພາ 2021 ນີ້. ໃນໂອກາດນີ້, ທ່ານລັດ ຖະມົນຕີກະຊວງ ສສສ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ຜູ້ບໍລິຫານ ຂອງສອງບໍລິສັດທີ່ໃຫ້ການ ຕ້ອນຮັບອັນອົບອຸ່ນ. ການມາ ຢ້ຽມຢາມໃນຄັ້ງນີ້ ຕົ້ນຕໍແມ່ນ ເພື່ອຊຸກຍູ້ ແລະ ກະກຽມໃຫ້ ແກ່ການສະເຫຼີມສະຫຼອງວັນ ແຮງງານສາກົນ ກໍຄືວັນກໍາມະ ກອນສາກົນ ຄົບຮອບ 135 ປີ ທີ່ຈະໝູນວຽນມາ, ອີກອັນໜຶ່ງປັດຈຸບັນກໍາລັງຮ່ວມກັບ ອົງການແຮງງານສາກົນ ເພື່ອດໍາ ເນີນການຕ້ານການນໍາໃຊ້ແຮງ ງານເດັກ ແລະ ພວກເຮົາຈະມີການ ສະເຫຼີມສະຫຼອງໃນວັນທີ 12 ມິຖຸນາ 2021 ໃນທຸກໆປີ. ສະ ນັ້ນ ເນື່ອງຈາກວ່າ ບໍລິສັດ ທຣີໂອ ເອັກສປອດ ເປັນບໍລິສັດແຖວ ໜ້າໃນການກ້າວເຂົ້າສູ່ການຜະ ລິດໃນລັກສະນະທີ່ເປັນອຸດ ສາຫະກໍາຢູ່ໃນ ສປປ ລາວ ຕິດພັນກັບການສົ່ງອອກ ການ ບໍລິຫານຄຸ້ມຄອງຕາມລະບຽບ ກົດໝາຍ ໂດຍສະເພາະແມ່ນ ກົດໝາຍ ວ່າດ້ວຍ ແຮງງານ ແລະ ກົດໝາຍ ປະກັນສັງຄົມ, ດັ່ງນັ້ນ, ຈຶ່ງໄດ້ນໍາພາຄະນະລົງ ມາເກັບກໍາບົດຮຽນ ແລະ ພົບ ປະກັບຊາວຜູ້ອອກແຮງງານ ຕິດພັນກັບການຊຸກຍູ້ສົ່ງເສີມ ໃນການເຂົ້າສູ່ລະບົບໃນການ ດໍາເນີນທຸລະກິດ ຫຼື ໃນການ ອອກແຮງງານຢ່າງເປັນລະ ບົບຄຽງຄູ່ກັບການເຄື່ອນໄຫວ ດີຂອງບໍລິສັດດັ່ງກ່າວເພື່ອ ຢາກໃຫ້ພາກສ່ວນອື່ນໄດ້ຮຽນ ຮູ້ ແລະ ຖ່າຍທອດເອົາບົດ ຮຽນປະສົບການຈາກບໍລິສັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ