ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 645 ສະຫຼຸບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ2020
ເວລາອອກຂ່າວ: 2021-04-22 15:20:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ໃນວັນທີ 21 ເມສາ 2021 ນີ້, ກອງພັນໃຫຍ່ 645 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ວາງທິດທາງປະຈຳປີ 2021 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 645, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ຄະນະໜ່ວຍພັກພ້ອມດ້ວຍພະ ນັກງານຫຼັກແຫຼ່ງເຂົ້າຮວ່ມ. ສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ ຄະນະພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 645 ໄດ້ສະຫຼຸບຖອດຖອນບົດຮຽນຄືນຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໃນໄລຍະຜ່ານມາ, ໂດຍຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ໃນໄລຍະຜ່ານມາເຫັນວ່າຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາ ວຽກງານສຶກສາອົບຮົມ ການເມືອງ-ແນວຄິດເປັນກົກ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງ ໜັກແໜ້ນ ຕາມ 3 ທິດນຳ 5 ຫຼັກການຂອງພັກ, ປັດຈຸບັນກອງພັນໃຫຍ່ 645 ປະກອບມີ 1 ຄະນະພັກ, ມີ 6 ຄະນະພັກຮາກຖານ, ມີ 21 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 484 ສະຫາຍ, ມີສະມາຊິກພັກແຂງ 333 ສະຫາຍ, ຍິງ 50 ສະຫາຍ, ກາງ 115 ສະຫາຍ, ຍິງ 27 ສະຫາຍ. ພ້ອມນີ້ກໍໄດ້ຜ່ານທິດທາງແຜນການປະຈຳປີ 2021. ໂອກາດນີ້ ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ໃຫ້ມີເນື້ອໃນຄົບຖ້ວນ, ແທດເໝາະສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ. ຈາກນັ້ນກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃບຢັ້ງຢືນ ຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງພັນໃຫຍ່ 645 ຈຳນວນ 10 ກົມກອງໜ່ວຍພັກ ພ້ອມທັງຈັດພິທີມອບຢ່າງສົມກຽດ. ກອງປະຊຸມຍັງໄດ້ຜ່ານເອກະສານສໍາຄັນຈໍານວນໜຶ່ງຕື່ມອີກ ໂດຍ: ສາຍສະໝອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ