ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 6 ຄົນ
ເວລາອອກຂ່າວ: 2021-04-22 15:41:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງຂ່າວໃນວັນທີ 22 ເມສາ 2021 ນີ້ວ່າ: ປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ ແມ່ນຍັງມີໂຕເລກເພີ່ມຂຶ້ນ, ເຊິ່ງໃນວັນທີ 21 ເມສາ 2021 ນີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 6 ຄົນ, ໃນນັ້ນ ແມ່ນຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງບໍ່ແກ້ວ 1 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ. ສັງລວມການເກັບຕົວຢ່າງກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນທັງໝົດ 150,159 ຕົວຢ່າງ, ກວດພົບເຊື້ອສະສົມ 94 ຄົນ. ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ຈຳນວນ 45 ຄົນ (ໃໝ່ 06), ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4), ແຂວງຈຳປາສັກ 3 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1), ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6), ແຂວງບໍ່ແກ້ວ 1 ຄົນ (ໃໝ່ 1), ທຸກຄົນແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ. ພ້ອມກັນນັ້ນ, ທ່ານ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະ ການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນຈາກພະຍາດໂຄວິດ-19, ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນນໍາຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້,ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງຈົນຄົບກຳນົດ 14 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ