ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ອຸດົມສັກ ພັດທະນາ ມອບເງິນ ໃຫ້ທະຫານແຂວງ ໄຊສົມບູນ
ເວລາອອກຂ່າວ: 2018-12-27 09:34:08 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ວັນທີ 20 ທັນວາ 2018 ນີ້, ທ່ານ ວັນສະເຫຼີມ ທິບມາລາ ອຳ ນວຍການບໍລິສັດ ອຸດົມສັກ ພັດທະ ນາ ໄດ້ນຳເງິນຈຳນວນ 20 ລ້ານ ກີບ ມາມອບໃຫ້ກອງບັນຊາການ ທະຫານແຂວງໄຊສົມບູນ ເພື່ອ ປະກອບສ່ວນເຂົ້າໃນວຽກງານ ໂຄສະນາ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້. ເຊິ່ງຕາງໜ້າກ່າວຮັບໂດຍ ພັນໂທ ໝອນຄຳ ດວງສະຫວັນ ຄະນະ ພັກ ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານແຂວງໄຊ ສົມບູນ, ໂອກາດດັ່ງກ່າວນີ້ ພັນ ໂທ ໝອນຄຳ ດວງສະຫວັນ ກໍ ໄດ້ສະແດງຄວາມຮູ້ບຸນຄຸນເປັນ ຢ່າງສູງນຳບໍລິສັດ ອຸດົມສັກ ພັດທະນາ ທີ່ໃຫ້ການຊ່ວຍເຫຼືອ ກົມກອງຂອງພວກເຮົາ ແລະ ສັນ ຍາວ່າຈະນຳເອົາເງິນຈຳນວນ ດັ່ງກ່າວນີ້ໄປນຳໃຊ້ໃຫ້ເກີດຜົນ ຢ່າງສູງ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ