ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດປັບປຸງການຈັດຕັ້ງ ກອງບັນຊາການທະຫານເມືອງລ່ອງແຈ້ງ
ເວລາອອກຂ່າວ: 2021-04-23 10:21:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ກອງບັນຊາການທະຫານເມືອງແຈ້ງ ໄດ້ປະກາດບູລະນະການຈັດຕັ້ງ ໃນວັນ 20 ເມສາ 2021 ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ; ມິຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານເມືອງລ່ອງແຈ້ງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຖາວອນ ວັນວີຮັກ ຮອງຫົວໜ້າ ພະແນກພະນັກງານ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ ກອງບັນຊາການທຫານແຂວງໄຊສົມບູນ ພັກການເພື່ອກຽມຮັບບໍານານ; ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ; ກະຊວງປ້ອງກັນປະເທດ ຕົກລົງອະນຸຍາດໃຫ້ນາຍທະຫານຈໍານວນ 2 ສະຫາຍ ຢູ່ ກອງບັນຊາການທະຫານເມືອງລ່ອງແຈ້ງ ພັກການຮັບບໍານານ ຄື: ສະຫາຍ ພັນໂທ ຄໍາປານ ກອນດາລາມູນ ຫົວໜ້າການເມືອງ ແລະ ສະຫາຍ ພັນໂທ ວັນສີ ພົມມີໄຊ ຫົວໜ້າການທະຫານ; ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານເມືອງລ່ອງແຈ້ງ ຄົນໃໝ່ ຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ດາລໍ່ ຊົງຢົວໜາວເຮີ ເປັນຫົວໜ້າການທະຫານ ແລະ ສະຫາຍ ພັນຕີ ສາຄອນ ນຸນທະວາ ເປັນຫົວໜ້າການເມືອງ ຄົນໃໝ່. ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານເມືອງດັ່ງກ່າວໃນໄລຍະຜ່ານມາ ແລະ ຮັກສາໄດ້ມູນເຊື້ອອັນດີງາມຂອງຊາດ; ຂອງພັກ ແລະ ຂອງກອງທັບ ໂດຍຕະຫຼອດມາ; ພ້ອມທັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ເຕົ້າໂຮ່ມຄວາມສາມັກຄີຢ່າງ ແໜ້ນແຟ້ນ; ເປັນແບບຢ່າງນໍາໜ້າໃຫ້ແກ້ມະຫາຊົນຢ່າງຮອບດ້ານ; ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນກົກ; ມີແບບແຜນການນໍາພາເຮັດວຽກແບບລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ; ໂດຍຕິດພັນກັບ ວຽກງານກໍ່ສ້າງພັກ - ພະນັກງານ; ດ້ານຈໍານວນພົນ ແລະ ວຽກງານນະໂຍບາຍຕ່າງໆ ໃຫ້ແທດເໝາະກັບສະພາບການຕົວຈິງ; ເອົາໃຈໃສ່ວຽກງານດ້ານພະລາທິການ; ການປູກຝັງ - ລຽ້ງສັດ ໂດຍປະຕິບັດຄໍາຂວັນທີ່ວ່າ ເພິ່ງຕົນເອງ; ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ນອກນັ້ນຍັງຕ້ອງໄດ້ເອົາໃຈໃສ່ ວຽກງານຄຸ້ມຄອງ ບົວລະບັດພັດເຊັດ; ປົກປັກຮັກສາພາຫະນະ; ອາວຸດ ແລະ ກະສູນ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ