ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍບໍລິເວນ 107 ຮັບການຊ່ວຍເຫຼືອ ຈາກອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ
ເວລາອອກຂ່າວ: 2021-04-23 11:03:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ໃນວັນທີ 22 ເມສາ 2021ນີ້, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກຄະນະກໍາມາທິການສາທາລະນູປະການ ອົງການພຸດທະສາສະໜາສໍາພັນລາວ ແຂວງ ຫຼວງພະບາງ ໂດຍແມ່ນ ສາທຸໃຫຍ່ ບົວວັນ ປຸນຍະສາໂຣ ເຈົ້າອາທິການ ວັດແສນ ສຸຂາລາມ ຮອງຄະນະ ອພສ ແຂວງຫຼວງພະບາງ ເປັນຜູ້ກ່າວມອບ. ເຄື່ອງວັດຖຸປັດໃຈທີ່ນໍາມາຊ່ວຍເຫຼືອຄັ້ງນີ້, ປະກອບມີ ຕຽງນອນ, ເຄື່ອງນອນ, ໝໍ້ຫຸງ - ຕົ້ມ ແລະ ອື່ນໆ ລວມມູນຄ່າ 7 000 000 ກີບ. ໂອກາດດັ່ງກ່າວນີ້, ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ກອງທັບ ໄດ້ກ່າວຮັບ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງຄະນະກຳມາທິການ ສາທາລະນູປະການ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ທີ່ໄດ້ນໍາເອົາເຄື່ອງວັດຖູປັດໃຈດັ່ງກ່າວ ມາມອບໃຫ້ໂຮງໝໍ ແລະ ຈະນຳເອົາວັດຖຸປັດໃຈ ໄປໝູນໃຊ້ໃຫ້ເໝາະສົມກັບສະພາບຄວາມເປັນຈິງ ແລະ ໃຫ້ມີຄຸນຄ່າ. ຂໍ້ມູນ - ຂ່າວ: ສົມພອນພວງແກ້ວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ