ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງວຽງຈັນ ເຂັ້ມງວດເພີ່ມທະວີໃນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ -19
ເວລາອອກຂ່າວ: 2021-04-23 14:00:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ໂດຍຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 15/ນຍ, ລົງວັນທີ 21/04/2021 ແລະ ອີງຕາມແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ກປທ, ລົງວັນທີ 22/04/2021 ວ່າດ້ວຍການ ເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອປ້ອງກັນການລະບາດຂອງພະ ຍາດໂຄວິດ-19. ໃນໄລຍະແຕ່ວັນທີ 22 ເມສາ ຫາ 05 ພຶດສະພາ 2021 ນີ້. ກອງບັນຊາການທະຫານແຂວງວຽງຈັນ ຈະໄດ້ເຂັ້ມງວດໃນການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອປ້ອງກັນການລະບາດພະຍາດ ໂຄວິດ-19 ດ້ວຍການກວດວັດແທກອຸນຫະພຸມຂອງພະນັກງານ-ນັກຮົບ ທີ່ເຂົ້າ-ອອກຜ່ານປະຕູໂຂງ, ເຊິ່ງໄດ້ແບ່ງອອກເປັນ 2 ຈຸດຈຸດທີ 1 ແມ່ນ ທາງເຂົ້າອອກປະຕູໂຂງໃຫຍ່, ຈຸດທີ 2 ແມ່ນ ປະຕູໂຂງນ້ອຍ, ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຍັງບໍ່ມີທ່າອ່ຽງວ່າ ຈະຫຼຸດຜ່ອນລົງ ເຖິງແຜ່ນວ່າຈະມີການເລັ່ງລັດສັກຢາວັກຊິນປ້ອງກັນກໍຕາມແຕ່ຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຍັງເພີ່ມຂຶ້ນໃນທຸກໆມື້. ສຳລັບຢູ່ ສປປລາວ, ເຖິງແມ່ນວ່າທົ່ວພັກ, ທົ່ວລັດ, ທົ່ວສັງຄົມໄດ້ເອົາໃຈໃສ່ເຂົ້າຮ່ວມການປະຕິບັດມາດຕະການ ທີ່ລັດຖະບານວາງອອກຕະຫຼອດມາ, ແຕ່ມາເຖິງເດືອນເມສາ 2021, ໄດ້ກວດພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາ ແລະ ມີຄວາມສ່ຽງທີ່ຈະມີການລະບາດໄປຫຼາຍແຂວງໃນທົ່ວປະເທດ. ຕໍ່ໜ້າສະພາບການດັ່ງກ່າວ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ ຈຶ່ງໄດ້ສຸມໃສ່ຮີບຮ້ອນອອກຄໍາສັ່ງແຈ້ງການ ພາຍໃນກົມກອງຂອງຕົນ ໂດຍເລີ່ມແຕ່ ວັນທີ 22 ເມສາ 2021 ເປັນຕົ້ນໄປ ໃນນີ້, ໄດ້ແຈ້ງການເຖິງ ບັນດາອົງການ, ກອງພັນ, ກອງ ຮ້ອຍເອກະລາດ, ໂຮງຮຽນ -ໂຮງໝໍ ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງວຽງຈັນ ໂດຍເນັ້ນໃຫ້ຄະນະພັກ - ຄະນະບັນຊາ ກົມກອງຮີບຮ້ອນ ຈັດຕັ້ງເຊື່ອມຊຶມ, ຄໍາສັ່ງແຈ້ງການຂອງຂັ້ນເທິງ ຈຸດປະສົງແມ່ນໃຫ້ນາຍ ແລະ ພົນທະຫານ ຢູ່ໃນຄວາມຮັບຜິດຊອບຂອງຕົນ ລວມທັງສະມາຊິກໃນຄອບຄົວ, ມີສະຕິລະວັງຕົວ, ມີຄວາຮັບຜິດຊອບສູງຕໍ່ສັງຄົມໂດຍການຈໍາກັດການເຄື່ອນໄຫວໃນທຸກຮູບແບບ, ນອກຈາກກໍລະນີຈໍາເປັນ ພ້ອມທັງເນັ້ນໜັກໃຫ້ ພະແນກເສນາຮັກ ສົມທົບກັບ ໂຮງໝໍທະຫານແຂວງວຽງງຈັນ ໃນການກວດສຸຂະພາບ ນາຍ ແລະ ພົນທະຫານ ທີ່ເຂົ້າ-ອອກ ປະຕູໂຂງ ຂອງກົມກອງໃນແຕ່ລະວັນ, ເຊິ່ງໄດ້ກວດວັດອຸນຫະພູມ ເພື່ອຮັບປະກັນເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດຂອງພະຍາດຢ່າງເຂັ້ມງວດຮັດກຸມ ແລະ ຄັດກອງຫາຄົນເຈັບ ຜູ້ທີ່ສົງໄສຕິດເຊື້ອພະຍາດໂຄວິດ-19, ພ້ອມທັງຈໍາກັດຄົນ ເຂົ້າ-ອອກ ແລະ ແຂກ-ຄົນ ທີ່ເຂົ້າມາພົວພັນ, ເຮັດວຽກຢູ່ພາຍໃນກົມກອງ, ຫ້ອງການ ຫຼື ເຂົ້າມາເຮັດວຽກໂດຍກົງກັບຜູ້ບັນຊາຕ້ອງປະຕິບັດຢ່າງເຂັ້ມງວດຕາມລະບຽບຫຼັກການຂອງແພດ ເພື່ອບໍ່ໃຫ້ເກີດມີການຕິດເຊື້ອໃນກໍາລັງປ້ອງກັນຊາດ ກໍຄືກໍາລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນ ຮັບປະກັນສຸຂະພາບຂອງຄະນະນໍາ, ພະນັກງານ - ນັກຮົບ ໃຫ້ແຂງແຮງ. ສໍາລັບ ກໍາລັງປະຈໍາການແມ່ນໃຫ້ເຂົ້າມາປະຈໍາການຢູ່ກົມກອງເປັນປົກກະຕິ, ຍົກເວັ້ນພາກສ່ວນທີອອກໄປເຮັດໜ້າທີ່ ຕາມໄດ້ຮັບມອບໝາຍ, ໄປພົວພັນວຽກທາງການ, ອອກຕະຫຼາດເຮືອນຄົວລວມ, ທັງນີ້ ກໍເພື່ອເປັນການສະກັດກັ້ນ, ປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນກົມກອງໃຫ້ມີຄວາມປອດໄພ 100%. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ