ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021
ເວລາອອກຂ່າວ: 2021-04-23 17:55:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



- ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ - ບັນດາສື່ມວນຊົນລາວທັງຫຼາຍ. ຂ້າພະເຈົ້າ ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍອະນຸຍາດຖະແຫຼງຜົນກອງປະຊຸມສະ ໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ແລະ ໄດ້ອັດລົງ ໃນຕອນແລງວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ 7 ເອກະສານທີ່ສຳຄັນ ຄື: 1. ໄດ້ຮັບຟັງບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021: ກອງປະຊຸມເຫັນວ່າ ການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ຊຸດທີ 9 ໃນເດືອນເມສານີ້ ເຖິງວ່າ ເປັນເວລາສັ້ນ ແຕ່ກໍໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງລັດຖະບານ ຊຸດທີ VIII ເຖິງແມ່ນວ່າ ຈະພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໃນນັ້ນ ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ວຽກງານສ່ວນຫຼາຍ ກໍໄດ້ສືບຕໍ່ດຳເນີນເປັນປົກກະຕິ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໄດ້ໂດຍພື້ນຖານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ດຳເນີນໃນບາດກ້າວເບື້ອງຕົ້ນ ທີ່ມີລັກສະນະຕັ້ງໜ້າກວ່າເກົ່າ. 2. ໄດ້ພິຈາລະນາຮ່າງວິໃສທັດ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I: ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາທັງ 3 ເອກະສານ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງໂຄງສ້າງ, ການອະທິບາຍຄໍາສັບ ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ກໍານົດໜ້າວຽກຂອງຂະ ແໜງການ ໃນແຕ່ລະໄລຍະ ໃຫ້ຊັດເຈນ ແລະ ແທດເໝາະ ກັບຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ. 3. ໄດ້ພິຈາລະນາຮ່າງເອກະສານ ກ່ຽວກັບການເພີ່ມທະວີ ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະ ພາບສູງ ແລະ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໃນໄລຍະໃໝ່: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານດັ່ງກ່າວ ມອບໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ, ຫຼັກສູດການຮຽນ-ການສອນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມຈະແຈ້ງ, ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້. 4. ໄດ້ພິຈາລະນາຮ່າງຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ ເປັນຕົ້ນ ມາດຕະການໃນການປ່ອຍກູ້, ການເຂົ້າເຖິງແຫຼ່ງທຶນ, ມາດຕະ ການຄຸ້ມຄອງເງິນຕາ, ການປະຕິບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໃຫ້ຮັດກຸມຂຶ້ນຕື່ມ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພ້ອມນັ້ນ ໄດ້ຊີ້ນຳໃຫ້ທະນາຄານ ແຫ່ງ ສປປ ລາວ (1) ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກການບໍລິຫານພາຍໃນ ຂອງສະຖາບັນການເງິນ, ການບໍລິການໃຫ້ມີຄວາມທັນສະໄໝ, ວ່ອງໄວ, ມີປະສິດທິຜົນ ສາມາດຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຜູ້ຜະລິດພາຍໃນເຂົ້າເຖິງແຫຼ່ງທຶນ ຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້; (2) ກຳນົດນະໂຍບາຍ ທາງດ້ານທຸລະກິດ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍຫັນເປັນບາດກ້າວໃໝ່ ແລະ ມີລັກສະນະບຸກທະລຸ ຢ່າງແທ້ຈິງ. 5. ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່) ແລະ ຮ່າງດໍາລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ): ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາສອງຮ່າງດຳລັດດັ່ງກ່າວ ແຕ່ໃຫ້ຂະແໜງການທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຫ້ນິຍາມຖືກຕ້ອງ-ຄົບຖ້ວນ, ການຈັດລຽງເນື້ອໃນ ໃຫ້ເປັນໝວດໝູ່, ຮັດກຸມ, ສັ້ນ-ກະທັດຮັດ, ອ່ານແລ້ວເຂົ້າໃຈງ່າຍ, ກຳນົດຂອບເຂດການນຳໃຊ້ ໃຫ້ຊັດເຈນ-ລະອຽດ-ຈະແຈ້ງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປະຈຸບັນ ໂດຍສະເພາະ ທາງດ້ານເສດຖະກິດ-ສັງຄົມ, ການຈັດຕັ້ງ ແລະ ພື້ນທີ່ການນຳໃຊ້ລົດ ບົນພື້ນຖານແນໃສ່ເຮັດໃຫ້ການຄຸ້ມຄອງ-ນໍຳໃຊ້ລົດລັດ ແລະ ການປະຕິບັດນະໂຍບາຍ ມີຄວາມເປັນເອກະພາບລວມສູນ, ປະຢັດ-ຕ້ານການຟູມເຟືອຍ, ສາມາດເປັນບ່ອນອີງທີ່ໜັກແໜ້ນ ແລະ ຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. 6. ຮ່າງດໍາລັດ ວ່າດ້ວຍການແຕ່ງກາຍ: ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາ ວັດທະນະທຳອັນດີງາມ ແລະ ເປັນເອກະລັກ ຂອງຊາດ, ຂອງເຜົ່າ ໃຫ້ມີຄວາມຍືນຍົງ, ທັງເປັນການສົ່ງເສີມພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ ທາງດ້ານຫັດຖະກຳຢ່າງແທ້ຈິງ, ລັດຖະບານ ເຫັນສົມຄວນມີນິຕິກຳ ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເປັນບ່ອນອີງ ເພື່ອຄວາມເປັນເອກະພາບ ໃນການກຳນົດເຄື່ອງນຸ່ງ ກໍ່ຄືຊຸດປະຈຳຊາດ ຂອງລາວເຮົາ ທັງເພດຍິງ ແລະ ເພດຊາຍ. ຜ່ານການພິຈາລະນາ, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການຄົ້ນຄວ້າດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳໄປສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍປ່ຽນຊື່ເປັນ ດຳລັດວ່າດ້ວຍຊຸດແຕ່ງກາຍປະຈຳຊາດ, ນອກນັ້ນ ໃຫ້ກຳນົດ ຮູບແບບຂອງຊຸດ ເຊັ່ນ: ຄໍ, ຖົງ, ແຂນ, ກະດູມ, ຂາ, ປາຍເສື້ອ-ສິ້ນ ແລະ ອື່ນໆ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ແລ້ວລາຍງານຄືນຢ່າງທັນການ ສົມຄວນເພີ່ມມາດຕະການຄືແນວໃດ; ປະເມີນຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດ ເປັນຕົ້ນ ສະຖານທີ່ກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ປິ່ນປົວຄົນເຈັບ, ນໍ້າຢາກວດຫາເຊື້ອພະຍາດ, ຢາສັກປ້ອງກັນພະຍາດ, ອຸປະກອນການແພດ ແລະ ຄວາມຕ້ອງການດ້ານອື່ນໆ; ໃຫ້ຂະແໜງສາທາລະນະສຸກ ເລັ່ງສັກຢາກັນພະຍາດ ໃຫ້ໄວ; ໃຫ້ບັນດາຂະແໜງການ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ທີ່ຕິດພັນກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍມີການປະສານສົມທົບກັນ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ, ປະສິດທິຜົນ, ເຂັ້ມງວດ ແລະ ເດັດຂາດ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈະລົງຕິດຕາມຊຸກຍູ້, ໃຫ້ກຳລັງໃຈ ພະນັກງານແພດ-ໝໍ, ກວດກາ ແລະ ຊີ້ນຳວຽກງານ ການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໂຮງໝໍ, ສະຖານທີ່ເກັບຕົວຢ່າງ ແລະ ສະຖານທີ່ຈຳກັດບໍລິເວນຕ່າງໆ. ໃນການກ່າວປິດກອງປະຊຸມ ປະຈຳເດືອນເມສາ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານ ຂອງຂະແໜງການຕົນ. ພ້ອມກັນນີ້ ຍັງໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມ ປະຈຳເດືອນພຶດສະພາ 2021 ດັ່ງນີ້: 1) ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ: ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ກໍ່ສືບຕໍ່ເພີມທະວີການປະສານສົມທົບ ລະຫວ່າງ ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດການເຂົ້າອອກ ຢູ່ບັນດາດ່ານຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າເມືອງ ແນໃສ່ປ້ອງກັນການລະບາດຂອງພະຍາດ ໂຄວິດ-19, ຄວາມບໍ່ສະຫງົບຕາມຊາຍແດນ ແລະ ບັນຫາອື່ນໆ; 2) ຂົງເຂດເສດຖະກິດ : - ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ແກ້ໄຂບັນດາສິ່ງກີດຂວາງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ. - ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ ໃຫ້ສໍາເລັດຕາມແຜນການ, ຮັບປະກັນການເບີກຈ່າຍເງິນເດືອນໃຫ້ເປັນປົກກະຕິ. ສຸມໃສ່ຊອກຫາແຫຼ່ງດຸ່ນດ່ຽງ ເພື່ອຮັບປະກັນການຊຳລະໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ, ສືບຕໍ່ປັບປຸງກົນໄກຫັນເປັນທັນສະໄໝ ການເກັບລາຍຮັບງົບປະມານ ໃຫ້ສໍາເລັດ ເພື່ອຮັບປະກັນການແກ້ໄຂບັນຫາຮົ່ວໄຫຼຂອງງົບປະມານ; ກະກຽມລາຍງານສະຫຼຸບຂາດຕົວງົບປະມານປີ 2020 ແລະ ການຈັດແບ່ງລາຍຮັບລາຍຈ່າຍງົບປະມານແຫ່ງລັດ 5 ປີ ຄັ້ງທີ 9 (2020-2025). - ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ລະຫວ່າງ ທະນາຄານ ກັບຮ້ານແລກປ່ຽນເງິນຕາ ບໍ່ໃຫ້ມີຄວາມຫຼຸດໂຕນກັນຫຼາຍ ແລະ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ນັບທັງມີມາດຕະການ ຕິດຕາມການເຄື່ອນໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງມີມາດຕະການສົ່ງເສີມການນໍາໃຊ້ເງິນກີບໃນການຊື້ຂາຍແລກປ່ຽນສິນຄ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ. - ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການຜະລິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການຜະລິດ ເພື່ອສະໜອງໃຫ້ແກ່ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ ແລະ ເພື່ອສົ່ງອອກ. - ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າສົ່ງອອກສິນຄ້າ ເພື່ອຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ. - ສືບຕໍ່ສຸມໃສ່ປັບປຸງກົນໄກ ການອອກໃບຕາດິນໃຫ້ມີຄວາມສະດວກວ່ອງໄວ, ຮັບປະກັນຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້. - ຕິດຕາມປະລິມານນໍ້າ ແລະ ກວດກາບັນດາເຂື່ອນຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ການບໍລິຫານຈັດ ການນໍ້າບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ພ້ອມດຽວກັນນັ້ນກໍ່ໃຫ້ເອົາໃຈໃສ່ຕິດ ຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ອະນຸມັດໄປແລ້ວ ເຊັ່ນ: ໂຄງການໄຟຟ້າຖ່ານຫີນ, ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່ ໃຫ້ມີປະສິດທິຜົນສູງສຸດ. - ກະກຽມຄວາມພ້ອມ ໃນການສ້ອມແປງເສັ້ນທາງ, ແກ້ໄຂບັນຫາດິນເຊາະເຈື່ອນຖົມທາງ ໃນຊ່ວງລະດູຝົນ ເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ພ້ອມໃຫ້ສືບຕໍ່ຊຸກຍູ້ໂຄງການທາງລົດໄຟ ລາວ-ຈີນ ແລະ ການກໍ່ສ້າງທາງດ່ວນ ໃຫ້ສາມາດປະຕິບັດໄດ້ຕາມແຜນການ. 3) ຂົງເຂດວັດທະນະທຳ-ສັງຄົມ  ສືບຕໍ່ເອົາໃຈໃສ່ກະກຽມການຮຽນການສອນ, ການສອບເສັງເລື່ອນຊັ້ນ ແລະ ການສອບເສັງຈົບຊັ້ນ ປໍ5, ມໍ4 ແລະ ມໍ 7 ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບ ທັງໃຫ້ສອດຄ່ອງກັບເງື່ອນໄຂທີ່ມີການລະບາດຂອງພະຍາດໂຄວິດ 19.  ສືບຕໍ່ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ກຳນົດໄວ້ໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ພ້ອມດຽວກັນນັ້ນ ກໍ່ສືບຕໍ່ແຈກຢາຍ ແລະ ດໍາເນີນການສັກຢາວັກຊິນຕ້ານພະຍາດໂຄວິດ 19 ໃຫ້ບັນດາກຸ່ມເປົ້າໝາຍ ຢ່າງເປັນລະບົບ, ຫຼີກເວັ້ນຄວາມສ່ຽງ ໃນການຕິດເຊື້ອ.  ສືບຕໍ່ຕິດຕາມຜົນກະທົບ ຈາກມາດຕະການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ຕໍ່ຜູ້ປະກອບການ ແລະ ແຮງງານ.  ສືບຕໍ່ຕິດຕາມສະພາບຫາງສຽງ ຂອງສັງຄົມ ທີ່ມີລັກສະນະສ້າງພາບພົດອັນບໍ່ດີຕໍ່ພັກ ແລະ ລັດຖະບານ, ເອົາໃຈໃສ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ 19.  ສືບຕໍ່ຕິດຕາມເຝົ້າລະວັງ ການປ່ຽນແປງດິນຟ້າອາກາດ ເພື່ອສະໜອງຂໍ້ມູນຂ່າວສານ ໃຫ້ທັນສະ ພາບການ ເພື່ອໃຫ້ປະຊາຊົນໄດ້ກະກຽມຮັບມືກັບການປ່ຽນແປງ ດັ່ງກ່າວ. ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງຕ້ານຖ້ວມ. 4) ຂົງເຂດການປົກຄອງ ແລະ ຍຸຕິທໍາ :  ສືບຕໍ່ປັບປຸງກົງຈັກ, ການມອບໂອນວຽກງານ ຂອງກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ໃຫ້ຂະແໜງການທີ່ກ່ຽວຂ້ອງ ໃຫ້ສຳເລັດໂດຍໄວ. ພ້ອມດຽວກັນກໍ່ສືບຕໍ່ເປັນໃຈກາງໃນການກວດກາ ແລະ ປັບປຸງຄືນ ພາລະບົດບາດ ຂອງຂະແໜງການຕ່າງໆ ໃຫ້ສອດຄ່ອງກັບລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານຊຸດທີ IX.  ສືບຕໍ່ປັບປຸງກົດໝາຍ, ບັນດານິຕິກຳ ຕ່າງໆຈຳນວນໜຶ່ງ ໃຫ້ມີຄວາມສອດຄ່ອງຕາມຄວາມຮຽກຮ້ອງຕ້ອງ ການໃໝ່ ໂດຍປະສານສົບທົບບັນດາກະຊວງ ແລະ ອົງການ ໃນການກະກຽມຮ່າງກົດໝາຍ ທີ່ມີແຜນນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX. 5) ຂົງເຂດວຽກງານການຕ່າງປະເທດ : ສືບຕໍ່ຕິດຕາມຢ່າງໃກ້ຊິດ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ ເພື່ອສືບຕໍ່ສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານ ແຜນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາຂັ້ນສູງຂອງພັກ ແລະ ລັດ ຕາມກົນໄກຜ່ານປະຕູດຽວ ຢູ່ກະຊວງການຕ່າງປະເທດ. 6) ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເພີ່ມຄວາມເປັນເຈົ້າໃນການປະຕິບັດຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021. ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຂອງລັດຖະບານ ຊຸດທີ IX. - ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ - ບັນດາສື່ມວນຊົນລາວທັງຫຼາຍ. ໄລຍະນີ້ ພວກເຮົາກຳລັງປະຕິບັດຄຳສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 . ສະນັ້ນ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຕື່ນຕົວ, ເປັນເຈົ້າການ, ໃຫ້ການຮ່ວມມື ແລະ ພ້ອມກັນປະຕິບັດປະຕິບັດມາດຕະການຕ່າງໆ ທີ່ກຳນົດໄວ້ ຢ່າງເຂັ້ມງວດ. ທ້າຍສຸດນີ້, ຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປອດໄພຈາກ COVID-19 ແລະ ເຊື້ອພະຍາດອື່ນໆ ທຸກຊະນິດ. (ຂໍຂອບໃຈ) ຖະແຫຼງໂດຍ: ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ