
![]()
ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ຢູ່ ສ ອິນໂດເນເຊຍ
ເວລາອອກຂ່າວ: 2021-04-25 11:35:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2 | ຄວາມນິຍົມ: ![]()
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24 ເມສາ 2021, ທີ່ ສໍານັກງານກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ໃນຖານະປະທານໝູນວຽນອາຊຽນ ປີ 2021, ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”. ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ບັນດາຜູ້ນໍາອາຊຽນ ໄດ້ມີໂອກາດພົບປະກັນແບບເຊິ່ງໜ້າ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.
ໃນກອງປະຊຸມ ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂຜົນກະທົບດ້ານທາງດ້ານສຸຂະພາບ ແລະ ການພັດທະ ນາເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ຮັບຊາບຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນ 2025; ການສ້າງຕັ້ງສູນສາທາລະນະສຸກເສີນ ແລະ ພະຍາດລະບາດອາຊຽນຮ່ວມມືກັບຍີ່ປຸ່ນ; ການຈັດຊື້ຢາວັກແຊັງ ໂດຍນໍາໃຊ້ກອງທຶນຕອບໂຕ້ພະຍາດໂຄວິດ-19 ອາຊຽນ; ການຈັດຕັ້ງປະຕິບັດແຜນງານໂຄງການພາຍໃຕ້ແຜນຟື້ນຟູຮອບດ້ານອາຊຽນ; ການຮ່າງຂອບຂໍ້ຕົກລົງ ວ່າດ້ວຍການສ້າງແລວການເດີນທາງພິເສດອາຊຽນ; ແລະ ອື່ນໆ.
ນອກຈາກນີ້, ຜູ້ນໍາອາຊຽນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນບົດບາດຄວາມເປັນແກນກາງ ແລະ ບົດບາດຄວາມເປັນຜູ້ນໍາພາ ກໍຄືຫຼັກການຄວາມເປັນເອກະສັນຂອງອາຊຽນ, ອັນໄດ້ເຮັດໃຫ້ບັນດາປະເທດນອກພາກພື້ນ ສະແດງຄວາມສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເພີ່ມຂຶ້ນ; ພິເສດ, ແມ່ນການສະເໜີຂໍເຂົ້າເປັນຄູ່ເຈລະຈາອາຊຽນຂອງອັງກິດ, ເຊິ່ງທັງໝົດນີ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັນນີ້, ຜູ້ນໍາອາຊຽນຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການຮັບປະກັນການເຂົ້າເຖິງ ແລະ ການສະໜອງຢາວັກແຊັງຕ້ານໂຄວິດຜ່ານໂຄງການຮ່ວມມືຢາວັກແຊັງຫຼາຍຝ່າຍ ຫຼື ໂຄແວັກ (COVAX). ບັນດາຜູ້ນໍາອາຊຽນ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ລວມທັງສະພາບການຢູ່ມຽນມາ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















