ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 28 ກໍລະກົດ 2021



ກຸ່ມສ່ຽງຈໍານວນຫຼາຍ ພ້ອມກັນເປັນເຈົ້າການໄປກວດຫາເຊື້ອພະຍາດໂຄວິດ-19
ເວລາອອກຂ່າວ: 2021-04-25 12:47:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:



ມວນຊົນທີ່ເປັນກຸ່ມສ່ຽງຈໍານວນຫຼາຍ ໄດ້ເປັນເຈົ້າການດ້ວຍການໄປກວດຫາເຊື້ອພະຍາດໂຄວິດ-19 ຕາມຈຸດກວດຕ່າງໆ ທີ່ຄະນະສະພະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສ້າງຕັ້ງຂຶ້ນ. ທ່ານ ນາງ ກົງໄຈ ຈັນທະລັງສີ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທານະຄອນຫຼວງ ທັງເປັນຫົວໜ້າທີມ ຈຸດກວດຫາເຊື້ອພະຍາດໂຄວິດ-19 ຢູ່ເດີ່ນກີລາໃນຮົ່ມບຶງຂະຫຍອງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບໃນວັນທີ 25 ເມສາ 2021 ນີ້ວ່າ: ສໍາລັບການຕັ້ງຈຸດກວດຫາເຊື້ອພະຍາດໂຄວິດ-19 ໃນຄັ້ງນີ້ ແມ່ນໄດ້ເລີ່ມມາຕັ້ງແຕ່ ວັນທີ 21 ເມສາ ເປັນຕົ້ນມາ ພາຍຫຼັງໄດ້ຮັບຄໍາສັ່ງຈາກຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເຊິ່ງທີມງານກວດຫາເຊື້ອພະຍາດໂຄວິດ-19 ຈຸດເດີ່ນກີລາໃນຮົ່ມບຶງຂະຫຍອງ ແມ່ນມາຈາກຫຼາຍພາກສ່ວນ ເຊັ່ນວ່າ ມາຈາກອົງການອະນາໄມໂລກ, ສູນວິເຄາະ, ພະແນກສາທານະຄອນຫຼວງ, ໂຮງໝໍທະຫານ, ໂຮງໝໍຕໍາຫຼວດ ແລະ ນັກສຶກສາຂະແໜງການແພດ. ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ມາກວດຫາເຊື້ອ ທັງຮັບປະກັນການປະຕິບັດໄລຍະຫ່າງ ທາງທີມງານໄດ້ຈັດສັນຢ່າງລະອຽດຕາມຄວາມເໝາະສົມ, ຜ່ານການກວດກາມາຕັ້ນແຕ່ວັນທີ 21 ເມສາ ຫາວັນທີ 24 ມີໄດ້ມີມວນຊົນຈໍານວນຫຼາຍທີ່ຢູ່ໃນກຸ່ມສ່ຽງພ້ອມກັນເປັນເຈົ້າການໄປກວດຫາເຊື້ອພະຍາດໂຄວິດ 19 ແລະ ກວດໄດ້ທັງໝົດ 1000 ກວ່າຄັ້ງ ແລະ ຈຸດນີ້ຖືວ່າເປັນຈຸດໃຫຍ່ ແລະ ສາມາກວດຫາເຊື້ອພະຍາດໂຄວິດ-19 ໄດ້ຫຼາຍກວ່າຈຸດອື່ນ. ໂອກາດນີ້, ທ່ານ ກົງໄຈ ຈັນທະລັງສີ ຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດກາຢ່າງເຄັ່ງຄັດ ນັບເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ໃຫ້ຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ. ຂ່າວ-ພາບ: ແສງເດືອນ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ