
![]()
ສປປ ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 76 ກໍລະນີ
ເວລາອອກຂ່າວ: 2021-04-25 15:52:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ: ![]()
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 (COVID-19), ໄດ້ລາຍງານປະຈໍາວັນທີ 25 ເມສາ ນີ້ວ່າ:
ສຳລັບ ສປປ ລາວ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 323 ຄົນ (ໃໝ່ 76), ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 274 ຄົນ, ລາຍລະອຽດດັ່ງນີ້: ຢູ່ນະຄອນຫຼວງວຽງຈັນ 243 ຄົນ (ໃໝ່ 64), ແຂວງຈໍາປາສັກ 7 ຄົນ, ແຂວງສາລະວັນ 6 ຄົນ (ໃໝ່ 5), ແຂວງບໍ່ແກ້ວ 6 ຄົນ (ໃໝ່ 1), ແຂວງສະຫວັນນະເຂດ 5 ຄົນ (ໃໝ່ 2), ຫຼວງນ້ຳທາ 4 ຄົນ (ໃໝ່ 4), ແຂວງວຽງຈັນ 1, ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
ວັນທີ 24 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 3,204 ຄົນ: ຈຸດຜ່ານດ່ານ ລາວ - ໄທ ທັງໝົດ 1,866 ຄົນ; ຈຸດຜ່ານດ່ານ ລາວ - ຈີນ ທັງໝົດ 47 ຄົນ; ຈຸດຜ່ານດ່ານ ລາວ - ຫວຽດນາມ ທັງໝົດ 1,133 ຄົນ; ຈຸດຜ່ານສະໜາມບິນສາກົນວັດໄຕ ທັງໝົດ 158 ຄົນ, ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ ພະຍາດໂຄວິດ-19 ແລະໄດ້ນໍາສົ່ງໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 49 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19. ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,115 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 76 ຄົນ, ໃນນັ້ນ, ຈາກນະຄອນຫຼວງ 64 ຄົນ, ຫຼວງນໍ້າທາ 4 ຄົນ, ສາລະວັນ 5 ຄົນ, ສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ. ສັງລວມແລ້ວການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 1 ແສນກວ່າ ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 323 ຄົນ.
ພາບ-ຮຽບຮຽງໂດຍ: ແສງເດືອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















