ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່101 ປິດຊຸດອົບຮົມໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-05-05 10:18:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ:



ຕົ້ນເດືອນ ພຶດສະພາ 2021 ນີ້, ກອງພັນໃຫຍ່101 ທີ່ຂື້ນກັບກອງພົນທີ 1 ໄດ້ປິດຊຸດອົບຮົມ - ຫັດແອບ ໃຫ້ທະຫານໃໝ່ ຊຸດທີ1 ປີ2021 ຢູ່ທີ ສຸນເຝິກອົບຮົມ ກອງພັນ 596 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າການເມືອງ ກອງພັນໃຫຍ່101, ມີຄະນະພັກ-ຄະນະບັນຊາ ພະເເນກການ, ຂະ ເເໜງການກຽວຂ້ອງ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ກອງພັນ 596 ແລະ ທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ເເສງເພັດ ນາມມີໄຊ ຫົວໜ້າຂະເເໜງ ອົບຮົມ ກອງພັນໃຫຍ່101 ໄດ້ຜ່ານບົດສະຫຼູບ ຕີລາຄາຄືນຜ່ານການຈັດຕັ້ງນຳາພາອົມຮົມ-ຫັດແອບໃນໄລຍະ 90 ວັນຜ່ານມາ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ບັນຫາທີ່ຍັງຄົງຄ້າງ ແລະ ບົດຮຽນທີຖອດຖອນໄດ້, ເຊິ່ງຍາມໃດຄະນະຮັບຜິດຊອບບັ້ນອົບຮົມກໍໄດ້ເອົາໃຈໃສ່ໃກ້ຊິດຕິດເເທດ, ລົງຊຸກຍູ້ການຮຽນ-ການສອນຢ່າງຕໍ່ເນື່ອງ, ຄູອາຈານໄດ້ເອົາໃຈໃສ່ສິດສອນ ແລະ ຖ່າຍຖອດບົດຮຽນໃຫ້ທະຫານໃໝ່ ດ້ວຍຄວາມຮັບຜິດຊອບສູງ ບວກກັບ ທະຫານໃໝ່ເເຕ່ລະສະຫາຍກໍໄດ້ເປັນເຈົ້າການເຂົ້າຮ່ວມອົບຮົມ-ຫັດແອບ ຢ່າງເປັນຂະບວນການຟົດຟື້ນ, ພ້ອມກັນຄົ້ນຄວ້າຮໍ່າຮຽນກຳເເໜ້ນໄດ້ທິດສະດີຫຼັກການ, ບັນດາທ່າຈັງຫວະ ແລະ ບາດກ້າວຕ່າງໆ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດຂໍ້ກຳນົດ,ກົດລະບຽບຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ບັ້ນອົບຮົມ-ຫັດແອບໃນຄັ້ງນີ້ ໄດ້ຮັບຜົນສຳາເລັດສູງ, ເຊິ່ງສະເເດງອອກ ເເຕ່ລະພາກວິຊາສາມາດບັນລຸໄດ້ 90% ຫາ 99,99 % ຂື້ນໄປ. ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ ແລະ ຜົນສໍາເລັດທີຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ທະຫານໃໝ່ ຈົ່ງພ້ອມກັນກໍາເເໜ້ນເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງກົມກອງ, ເອົາໃຈໃສ່ ຍົກສູງສະຕິຕໍ່ການຈັດຕັ້ງ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມອົດທົນສູງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນພາຍນອກໃຫ້ໜັກແໜ້ນ ພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາກົມກອງໃຫ້ຈະເລິນກ້າວໜ້າ. ໂດຍ: ສິນໄຊ ເພັດລັດຕະນະ ກອງພັນໃຫຍ່101



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ