ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມພົບປະທາງໄກລະຫວ່າງ ລັດຖະມົນຕີສອງກະຊວງປ້ອງກັນປະເທດ ລາວ - ຫວຽດນາມ
ເວລາອອກຂ່າວ: 2021-05-06 15:56:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ກອງປະຊຸມພົບປະທາງໄກ ລະຫວ່າງລັດຖະມົນຕີກະຊວງ ປ້ອງກັນປະເທດລາວ - ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພານີ້, ຝ່າຍລາວນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນໂທ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງມີບັນດາສະຫາຍຄະນະນຳ ກະຊວງ, ຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມ. ໃນວາລະດໍາເນີນກອງປະຊຸມ ທັງສອງຝ່າຍໄດ້ພ້ອມກັນສະຫຼຸບ ຕີລາຄາຄືນໝາກຜົນຂອງການ ຈັດຕັ້ງປະຕິບັດແຜນການພົວພັນຮ່ວມມືວຽກງານຮອບດ້ານຂອງສອງກະຊວງປ້ອງກັນປະເທດ ໃນໄລຍະທີ່ຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາອະນຸສັນຍາການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ ໃຫ້ປະກົດຜົນເປັນຈິງນອກຈາກນີ້ ສອງລັດຖະມົນຕີຍັງໄດ້ສົນທະນາໂອ້ລົມແລກປ່ຽນບົດຮຽນການປ້ອງກັນ ຕ້ານສະກັດກັ້ນ ການແຜ່ລະບາດຂອງພະຍາດຂອງໂຄວິດ-19, ໂອກາດດຽວກັນນີ້, ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ລັດຖະບານກໍຄືປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈແລະ ຮູ້ບຸນຄຸນອັນເລິກເຊິງຢ່າງຈິງໃຈ ຕໍ່ພັກ-ລັດຖະບານ ຫວຽດນາມ ກໍຄື ປະຊາຊົນຫວຽດນາມ ທີ່ໃຫ້ການຊ່ວຍເຫລືອໃນຫລາຍດ້ານ, ໂດຍສະເພາະວຽກງານການຊ່ວຍເຫລືອດ້ານທືນຮອນ, ວັດຖຸອຸປະກອນການແພດ, ລວມເຖິງຊ່ຽວຊານການແພດ ແກ່ ສປປລາວ. ການພົບປະໃນຄັ້ງນີ້ ເປັນການພົບປະທາງໄກແບບໝົດຈິດໝົດໃຈ ຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ເຊິ່ງມັນສະແດງ ໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ຂອງທັງສອງຊາດ, ສອງກອງ ທັບ ທີ່ຍາມໃດກໍມີການຖະນຸຖະໜອມ ແລະ ເຊີດຊູເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ແໜ້ນແຟ້ນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ ນັ້ນໄດ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ