ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄອບຄົວການນຳແຂວງ ມອບເຄື່ອງຊ່ວຍເຫຼືອກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-05-07 09:16:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2101 | ຄວາມນິຍົມ:



ວັນທີ 6 ພືດສະພາ 2021, ສະຫາຍ ນາງ ທອງມີ ພາມີໄຊ ຄອບຄົວການນໍາແຂວງບໍ່ແກ້ວ ໄດ້ນໍາເອົາອາຫານປະເພດ ນໍ້າດື່ມ, ອາຫານແຫ້ງ ສໍາເລັດຮູບ ແລະ ເງິນສົດຈໍານວນ 800.000 ກີບ ມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ເພື່່ອເປັນຂວັນກໍາລັງໃຈໃຫ້ພະນັກງານ-ນັກຮົບທົ່ວທະຫານແຂວງ ໃນການປະຕິບັດໜ້າທີວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດປ້ອງກັນຊາດທີ່່ພວມປະຕິບັດໜ້າທີ່ຕາມຊາຍແດນຢູ່ແຕ່ລະເມືອງ, ຊາຍແດນລະຫວ່າງປະເທດ. ຕາງໜ້າກອງບັນຊາການທະຫານແຂວງກ່າວຮັບໂດຍ ສະຫາຍ ພັນໂທ ເນັ່ງສີດາ ເບລຍລືມົວ ກໍາມະການຄະນະພັກ ຫົວໜ້າຫ້ອງການບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ສະຫາຍ ພັນໂທ ເນັງສີດາ ເບລຍລືມົວ ກໍໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ນາງ ທອງມີ ພາມີໄຊ ພ້ອມດ້ວຍຄະນະ ຕະຫຼອດຮອດຄອບຄົວ ທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫົງບ ເຫັນໄດ້ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອກອງບັນຊາການທະຫານແຂວງໃນຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນໃຫ້ແກ່ກໍາລັງປະກອບອາວຸດພວກເຮົາ ທີ່ພວມປະຕິບັດໜ້າທີ່ອັນສໍາຄັນໃນການປ້ອງກັນຕາມເຂດຊາຍແດນຕ່າງໆ ທີ່ກໍາລັງປະຕິບັດໜ້າທີ່ສະກັດກັ້ນ-ປ້ອງກັນ ພະຍາດລະບາດໂຄວິດ-19 ທີ່ກໍາລັງລະບາດເປັນວົງກວ້າງໃນປະເທດເຮົາໃຫ້ນັບມື້ນັບຫຼຸດໜ່ອຍຖອຍລົງເປັນກ້າວໆ. ໂດຍ: ວໍລະສິດ ພິດສະຫາຍ, ພາບ: ສຸດທິແດນ ລັດຕະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ