ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຈັດຕັ້ງມະຫາຊົນ ກອງພົນ ທີ 5 ລົງຊຸກ ຍູ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ພະນັກງານທີ່ເຮັດໜ້າທີ່ປະຈໍາການຢູ່ຈຸດຕ່າງໆ
ເວລາອອກຂ່າວ: 2021-05-07 12:09:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ໃນວັນທີ 6-7 ພຶດສະພາ 2021 ນີ້. ບັນດາອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ໄດ້ລົງເຄື່ອນໄຫວຊຸກຍູ້ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ພະນັກງານ-ນັກຮົບ, ແພດໝໍ ທີ່ປະຈໍາການຢູ່ຕາມດ່ານກວດກາຈຸດຕ່າງໆ ແລະ ຂອບເຂດຊາຍແດນ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ເຊີ່ງນໍາໂດຍ ສະຫາຍ ພັນໂທ ສາຍສະໜອນ ສາລີຄໍາ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ພ້ອມດ້ວຍພະແນກຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງມະຫາຊົນກອງພັນໃຫ່ຍ 501, 502 ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນການລົງຄັ້ງນີ້ກໍ່ເພື່ອເປັນການກະຕຸກຊຸກຍູ້ພະນັກງານ - ນັກຮົບ, ແພດໝໍ ທີ່ປະຕິບັດໜ້າທີ່ຢູ່ຕາມຈຸດຕ່າງໆ ເຊັ່ນ : ໜວ່ຍງານສະເພາະກິດແພດໝໍໂຮງໝໍກອງພົນ , ຈຸດດ່ານກວດກາບ້ານຫວ້ຍເສັດຫຼັກ 10 ເມືອງບາຈຽງຈະເລີນສຸກ, ດ່ານກວດກາລະຫວ່າງເມືອງປາກຊ່ອງ ແຂວງຈໍາປາສັກ ກັບ ເມືອງທ່າແຕ່ງ ແຂວງ ເຊກອງ, ດ່ານກວດກາຊາຍແດນບ້ານສີວິໄລ ເມືອງໂພນ ທອງ ແຂວງຈໍາປາສັກ, ເຄື່ອງທີ່ນໍາໄປມອບໃຫ້ໃນຄັ້ງນີ້ລວມມີໝີ່ສໍາເລັດຮູບ ຈໍານວນ 12 ແກັດ, ນໍ້າດື່ມ 50 ແຟັກ , ເຂົ້າໜົມ 50 ກັບ , ກາເຟດາວ 48 ຖົງ. ລວມມູນຄ່າ2 .800.000 ກີບ. ໂອກາດດັ່ງກ່າວ ສະຫາຍ ພັນໂທ ສາຍສະໜອນ ສາລີຄໍາ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ - ຄະນະບັນຊາ, ພະນັກງານ - ນັກຮົບ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ , ແພດ ໝໍ, ອໍານາດການປົກຄອງທ້ອງຖີ່ນບ້ານ ທີ່ໄດ້ຮ່ວມແຮງຮ່ວມໃຈກັນເປັນເຈົ້າການ ສຸມທຸກເຫື່ອແຮງ ເຂົ້າໃນປະຕິບັດໜ້າທີ່ວຽກງານຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນປະຈຸບັນນີ້ ດ້ວຍຄວາມຮັບຜິດຊອບສູງ ເຖີງວ່າຝົນຈະຕົກ ອາກາດຈະຮ້ອນ ພະຍາດກໍ່ຍັງລະບາດ ແຕ່ບັນດາສະຫາຍກໍ່ຍັງມີຄວາມອົດທົນຜ່ານຜ່າ ປະຕິບັດໜ້າທີ່ວຽກງານດ້ວຍຄວາມເຂັ້ມງວດ ຈາກນັ້ນສະຫາຍກໍ່ຍັງໄດ້ອ່ວຍພອນໃຫ້ທຸກພາກສ່ວນ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທີງມອບໜາຍ ແລະ ໃຫ້ພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖ້ອຍລົງ ແລະ ໜົດສີ້ນໄປ ເພື່ອພ້ອມກັບຄືນສູ່ສະພາບປົກກະຕິໂດຍໄວ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ