ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫວຽດນາມ-ກໍາປູເຈຍ ຮ່ວມມືດ້ານປ້ອງກັນຊາດ ເຂົ້າສູ່ລວງເລິກ
ເວລາອອກຂ່າວ: 2021-05-09 15:49:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ຕາມຂ່າວສານຫວຽດນາມລາຍງານໃນວັນທີ 8 ພຶດສະພາ 2021 ນີ້ວ່າ: ທ່ານ ພົນໂທ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະ ເທດຫວຽດນາມ ໄດ້ສົນທະນາທາງໄກກັບທ່ານພົນເອກ ເຕຍ ບັນ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ. ໃນການໂອ້ລົມສົນທະນາ, ທ່ານ ພົນເອກ ເຕຍ ບັນ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ພົນໂທ ຟານວັນຢາງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານ ສະແດງຄວາມເຊື່ອໝັ້ນວ່າ: ໃນຖານະທີ່ຫາກໍໄດ້ດໍາລົງຕໍາແໜ່ງວຽກງານໃໝ່, ທ່ານ ພົນໂທ ຟານວັນຢາງ ຈະສືບຕໍ່ມີການປະກອບສ່ວນສໍາຄັນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ. ໃນໂອກາດນີ້, ທ່ານ ພົນເອກ ເຕຍ ບັນ ໄດ້ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສົ່ງຄະນະຊ່ຽວຊານແພດທະຫານ ແລະ ໜູນຊ່ວຍອຸປະກອນການແພດໃຫ້ ກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ. ທ່ານ ພົນໂທ ຟານວັນຢາງ ໄດ້ແບ່ງປັນຄວາມຫຍຸ້ງຍາກທີ່ປະຊາຊົນກໍາປູເຈຍ ຕ້ອງປະເຊີນໜ້າຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19; ພ້ອມທັງຕີລາຄາສູງຕໍ່ຄວາມພະຍາຍາມຂອງກອງທັບລາດຊະວົງກໍາປູເຈຍ ໃນການຊ່ວຍລັດຖະບານ ແລະປະຊາຊົນກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພ້ອມຢັ້ງຢືນວ່າ: ໃນຄວາມສາມາດຂອງຕົນ, ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ມີຄວາມພະຍາຍາມສູງທີ່ສຸດເພື່ອໜູນຊ່ວຍ ກໍາປູເຈຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19. ທ່ານພົນໂທ ຟານວັນຢາງ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະພະຍາຍາມຢ່າງສຸດຂີດເພື່ອຊີ້ນໍາເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ນໍາຂົງເຂດຮ່ວມມືນີ້ໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຫວຽດນາມ-ກໍາປູເຈຍ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບວ່າ ພະຍາດໂຄວິດ-19 ຍັງຈະຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືປີ 2021 ທີ່ໄດ້ລົງນາມແລ້ວ. ສະນັ້ນ, ຕ້ອງຕັ້ງໜ້າປ່ຽນແປງໃໝ່ຮູບການຈັດຕັ້ງ ແລະວິທີການດໍາເນີນເພື່ອໃຫ້ສອດຄ່ອງກັບແຕ່ລະເນື້ອໃນຮ່ວມມືຢ່າງລະອຽດ, ໂດຍສະເພາະແມ່ນໃນບາງຂົງເຂດ, ຄື: ການສຶກສາອົບຮົມດ້ານການເມືອງ-ແນວຄິດ; ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມືລະຫວ່າງກ້ອນກໍາລັງຄຸ້ມຄອງຕ່າງໆ ແລະກຳລັງປ້ອງກັນຊາຍແດນ, ສະກັດກັ້ນ ແລະປ້ອງກັນ, ຕ້ານອາຊະຍາກໍາຂ້າມຊາດ, ການຄ້າເຖື່ອນ, ຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ.; ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ເຊິ່ງສອງຝ່າຍ ລ້ວນແຕ່ເປັນສະມາຊິກ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ