ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຄື່ອນໄຫວທາບທາມວຽກງານການເມືອງ-ເເນວຄິດຢູ່ບັນດາກົມກອງທີ່ຂື້ນກັບກອງພັນໃຫຍ່ 101
ເວລາອອກຂ່າວ: 2021-05-10 14:03:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:



ຕົ້ນເດືອນພຶດສະພາ 2021 ນີ, ອະນຸກຳມະການຮັບຜິດຊອບ ວຽກງານສຶກສາອົບຮົມການເມືອງ - ນໍາພາເເນວຄິດ ຂອງກອງພັນໃຫຍ່101 ໄດ້ລົງເຄື່ອນໄຫວ ທາບທາມສະພາບການເມືອງ-ເເນວຄິດ ຂອງພະນັກງານ-ນັກຮົບ ຢູ່ບັນດາກົມກອງທີ່ຂື້ນກັບ ໂດຍພາຍໃຕ້ການນຳພາຂອງສະຫາຍ ພັນໂທ ເເສງພັນ ວົງລໍຄຳ ຮອງຫົວໜ້າພະເເນກການເມືອງ ກອງພັນໃຫຍ່ 101 ພ້ອມຄະນະ. ການເຄື່ອນໄຫວດັ່ງກ່າວເເມ່ນປະຕິບັດຕາມຄຳສັ່ງເເນະນຳຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມວຽກງານການເມືອງ-ເເນວຄິດ ປະຈຳປີ 2021 ແລະ ຄຳສັ່ງເເນະນຳຂອງກອງພົນທີ 1 ກ່ຽວກັບການລົງເຄື່ອນໄຫວຊຸກຍູ້ເກັບກຳສະພາບການເມືອງ-ເເນວຄິດ ຂອງພະນັກງານ - ນັກຮົບ ໃນທົ່ວກອງພົນທີ 1, ເພື່ອຊອກໃຫ້ເຫັນຜົນໄດ້ຮັບຕົວຈິງ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຈຸດອ່ອນ ເພື່ອກຳນົດ ແລະ ວາງທິດທາງວິທີເເກ້ໄຂໃຫ້ສອດຄ່ອງ ແລະ ດຳເນິນໃຫ້ມີຄຸນນະພາບດີກວ່າເກົ່າ. ການລົງທາບທາມໃນຄັ້ງນີ້ເເມ່ນໄດ້ຈັດຕັ້ງດຳເນີນຢູ່ 05 ກົມກອງຄື: ກອງຮ້ອຍ 114 , ກອງຮ້ອຍຊ່າງເເສງ, ກອງຮ້ອຍປືນໃຫຍ່ໜ້າດິນ, ກອງຮ້ອຍປ້ອງກັນອາກາດ ແລະ ໂຮງໝໍ10. ສຳລັບຮູບການທາບທາມເເມ່ນໃຊ້ຮູບການຖາມ-ຕອບ ຕາມຮ່າງປະກອບຄຳເຫັນກ່ຽວກັບການຈັດຕັ້ງວຽກງານການເມືອງ -ເເນວຄິດ ຂອງກອງພົນທີ 1 ວາງອອກ ເຊິງປະກອບມີ 13 ຄຳຖາມ ທີ່ກ່ຽວພັນເຖິງການຈັດຕັ້ງເຄື່ອນໄຫວວຽກງານການເມືອງ-ເເນວຄິດ ຂັ້ນກອງພົນ ແລະ ຂັ້ນກົມກອງ. ຜ່ານການລົງທາບທາມຕົວຈິງເຫັນວ່າສະພາບການເມືອງ - ເເນວຄິດ ຢູ່ບັນດາກົມກອງເເມ່ນມີຄວາມສະຫງົບ, ພະນັກງານ-ນັກຮົບ ສ່ວນຫຼາຍເເມ່ນມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິບັດ,ມີລະບຽບວິໄນເຂັ້ມງວດ, ມີຄວາມສາມັກຄີພາຍໃນ-ພາຍນອກເເໜ້ນເເຟ້ນ, ມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການສ້າງສາພັດກທະນາກົມກອງດ້ວຍຄວາມຮັບຜິດຊອບສູງ. ໂດຍ: ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ