ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ
ເວລາອອກຂ່າວ: 2021-05-11 11:29:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2021ນີ້, ທີ່ກະຊວງປ້ອງກັນປະເທດໄດ້ເປີດກອງປະຊຸມວຽກງານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານ ຄະນະກຳມະການ ການຄຸ້ມຄອງໄພພິບັດ ຂັ້ນສູນກາງມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈໍາການ ຄະນະກຳມະການຄຸ້ມຄອງໄພພິັບັດຂັ້ນສູນກາງພ້ອມດ້ວຍ ບັນດາທ່ານ ຮອງລັດຖະມົນຕີ, ຜູ້ປະສານງານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈາກບັນດາກະຊວງເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ພົອ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານ ຄະນະກຳມະການ ຄຸ້ມຄອງໄພພິບັດ ຂັ້ນສູນກາງໄດ້ກ່າວວາ: ປັດຈຸບັນ ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ, ຄື້ນຊຸນາມິ, ລົມພະຍຸພັດ, ການລະບາດຂອງພະຍາດ, ສັດຕູພືດ, ອື່ນໆ ຖືວ່າ ຍັງເປັນບັນຫາທີ່ຍັງສືບຕໍ່ເກີດຂື້ນຖີ່ ແລະ ສ້າງຄວາມເສຍຫາຍ ແລະ ສູນເສຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເປັນການບັນທອນ ແລະ ທ່ວງດຶງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດ ໃນໂລກ ລວມທັງ ຢູ່ ສປປ ລາວ ຂອງພວກເຮົາ, ໃນນີ້ ລວມທັງ ບັນຫາການລະບາດຂອງພະຍາດ ໂຄວິດ-19 ທີ່ຍັງສືບຕໍ່ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ສຸຂະພາບ, ຊີວິດ ແລະ ການດໍາລົງຊີວິດຂອງປະຊາຊົນ, ອື່ນໆ. ສະເພາະຢູ່ ສປປ ລາວ ຂອງພວກເຮົາ, ບັນຫາຜົນກະທົບຂອງໄພພິບັດ ແມ່ນໜັກໜ່ວງ ແລະ ສ້າງຄວາມເສຍຫາຍຫຼາຍຂື້ນແຕ່ລະປີ, ສັງລວມແລ້ວ ໃນໄລຍະ 5 ປີຜ່ານມານີ້ ໄດ້ມີເຫດການໄພພິບັດເກີດຂື້ນທັງໝົດ 235 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1,860,165 ຄົນ, ເສຍຊີວິດ 121 ຄົນ, ສ້າງຄວາມເສຍຫາຍ ແລະ ສູນເສຍ ຕໍ່ໂຄງລ່າງພື້ນຖານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 5,538,247,383,912 ກີບ. ເຫດການທີ່ພົ້ນເດັ່ນ ແມ່ນ ໄພນໍ້າຖ້ວມ ໃນປີ 2018 ທີ່ສາເຫດມາຈາກ ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກພັງ ສົ່ງຜົນກະທົບປະຊາຊົນ ຢູ່ ເມືອງ ສະໜາມໄຊ ແຂວງອັດຕະປື; ໄພນໍ້າຖ້ວມ ສົ່ງຜົນກະທົບຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ປີ 2019 ແລະ ປີ 2020 ນໍ້າຖ້ວມໜັກຢູ່ ແຂວງ ສະຫວັນນະເຂດ. ເຫດການທີ່ພວກເຮົາຈື່ບໍ່ມີວັນລືມແມ່ນ ໄພພິບັດນໍ້າຖ້ວມ ທີ່ສາເຫດມາຈາກຄູກັນນໍ້າເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກພັງ ໃນປີ 2018 ຖືວ່າເປັນຄັ້ງປະຫວັດສາດໜຶ່ງ ທີ່ສາເຫດມາຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂື້ນ ເຮັດໃຫ້ປະຊາຊົນຕ້ອງເສຍຊີວິດເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍໜັກ, ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຂາດທີ່ຢູ່ອາໃສ ແລະ ຕ້ອງໄດ້ຍົກຍ້າຍໄປບ່ອນທີ່ປອດໄພຊົ່ວຄາວ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການຜະລິດກະສິກໍາ, ໂຄງລ່າງດ້ານເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງນໍ້າກິນ ນໍ້າໃຊ້, ລະບົບສຸຂະອານາໄມ, ໄຟຟ້າ, ນໍ້າປະປາ, ອື່ນໆ ເຊິ່ງມີຄວາມຈຳເປັນ ຕ້ອງໄດ້ນໍາໃຊ້ງົບປະມານມະຫາສານເຂົ້າໃນການແກ້ໄຂ ທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ. ເລີ່ມແຕ່ທ້າຍ ປີ 2019 ຈົນເຖີງປັດຈຸບັນ, ຜົນກະທົບຈາກການແພ່ລະບາດຂອງພະຍາດ ໂຄວິດ 19 ຍີ່ງເພີ່ມຄວາມອັນຕະລາຍຕໍ່ການລົງດໍາຊີວິດຂອງປະຊາຊົນ, ຊື່ງມັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ໂຄງສ້າງຂອງສັງຄົມ, ເສດຖະກິດ, ເຮັດໃຫ້ການຜະລິດສົ່ງອອກ-ນຳເຂົ້າ ຖືກຢຸດສະຫງັກ, ຫຼາຍທຸລະກິດຫ້າງຮ້ານ ຖືກຍຸດກິດຈະການ, ແຮງງານຖືກພັກວຽກ ແລະ ຫວ່າງງານ. ແນ່ນອນວ່າ, ສປປ ລາວ ທີ່ເປັນປະເທດພວມສູ້ຊົນ ພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ມາຖືກຄຸກຄາມຈາກໄພພິບັດທໍາມະຊາດ ທີ່ເກີດຢ່າງຮຸນແຮງຂື້ນຊໍ້າແລ້ວຊໍ້າອີກ ຍິ່ງຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ພົບກັບອຸປະສັກ ບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້. ສ່ວນທິດທາງແຜນການໃນຕໍ່ໜ້າສືບຕໍ່ຈັດກອງປະຊຸມປະຈຳໄຕມາດ ລະຫວ່າງ ຄະນະກຳມການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດ ແຂວງ ໃນການຕິດຕາມຄວາມຄືບໜ້າການຟື້ນຟູສືບຕໍ່ຮັບຜິດຊອບຊຸກຍູ້ຕິດຕາມ, ລາຍງານວຽກຟື້ຟູຫຼັງໄພພິບັດຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືກັບອົງການຮ່ວມມືສາກົນ. ພ້ອມດຽວກັນນັັ້ນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ