ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍທະຫານແຂວງວຽງຈັນ ເອົາໃຈໃສ່ຄວບຄຸມ ແລະ ປ້ອງກັນການລະບາດຂອງ ພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2021-05-11 11:29:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 750 | ຄວາມນິຍົມ:



ອີງຕາມການຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດ ໂຄວິດ-19 ກອງບັນຊາການທະຫານແຂວງວຽງຈັນ, ເລີ່ມແຕ່ວັນທີ 6 ພຶດສະພາ 2021 ມາຮອດປັດຈຸບັນ ໂຮງໝໍທະຫານແຂວງວຽງຈັນ ຍັງໄດ້ສືບຕໍ່ເພີມທະວີມາດຕະການປ້ອງກັນສະກັດກັ້ນ,ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານ ກັບພະຍາດ ໂຄວິດ -19 ຢ່າງຕໍ່ເນື່ອງ. ສະຫາຍ ພັນໂທ ດຣ ນາງ ຂັນແສ່ວ ກົມບຸດຕະວົງ ອໍານວຍການໂຮງໝໍ 30 ຕຽງ ທະຫານແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຄໍາສັ່ງຂອງຂັ້ນເທິງໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຮອບ 2, ທະຫານແຂວງວຽງຈັນ ກໍຄືຄະນະສະເພາະກິດໄດ້ຊີ້ນໍາໃຫ້ທາງ ໂຮງໝໍຈັດຕັ້ງກວດ, ຄັດກອງຢ່າງເຂັ້ມງວດຕໍ່ ພະນັກງານ-ນັກຮົບ ກໍຄືແພດ-ໝໍ ພ້ອມທັງ ຄົນເຈັບທີ່ເຂົ້າມາປິ່ນປົວ ຫຼື ພີ່ນ້ອງຄົນເຈັບທີ່ເຂົ້າ-ອອກ ປະຕູໂຂງ ຕະຫຼອດ 24 ຊົ່ວໂມງ, ນອກນັ້ນໄດ້ຈັດຕັ້ງສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃຫ້ ພະນັກງານ-ນັກຮົບ,ແພດໝໍ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງ, ຜູ້ທີ່ມີຄວາມສ່ຽງສູງ ເພື່ອຫຼຸດຜ່ອນການຕິດເຊື້ອ, ຫຼຸດຜ່ອນສະພາວະຄວາມກົດດັນທາງສັງຄົມ. ສ່ວນກໍລະນີຄົນເຈັບແແມ່ນໄດ້ກວດວັດແທກອຸນຫະພູມທຸກໆເຊົ້າແລງ ຖ້າກວດພົບເຫັນກໍລະນີສົງໃສ ຫຼື ເຂົ້າຕາມຫຼັກການຂອງການເຝົ້າລະວັງພະຍາດໂຄວິດ-19 ແມ່ນຈະໄດ້ກັກຕົວ ແລະ ແຍກປ່ຽວຢູ່ ຫ້ອງຮັບຮອງທີ່ໄດ້ກະກຽມໄວ້ ແລ້ວ ລາຍງານໃຫ້ຂັ້ນເທິງຮັບຊາບ ພ້ອມທັງ ປະຕິບັດຕາມຂັ້ນຕອນການແພດຕໍ່ໄປ. ທັງນີ້, ກໍເພື່ອເປັນການສະກັດກັ້ນ, ປ້ອງກັນການລະ ບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນໂຮງໝໍກໍຄືກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍປອດໄພດີ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ