ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນ ມສ ລຽວໂຕ ມອບນໍ້າເຫຼົ້າ 90 ອົງສາເຊ ໃຫ້ສະຖາບັນອະນາໄມກັນພະຍາດກອງທັບ
ເວລາອອກຂ່າວ: 2021-05-11 15:06:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ເພຶ່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນຄວບຄຸມພະຍາດໂຄວິດ-19 ທີ່ກໍາລັງແຜລະບາດໃນປະເທດເຮົາໃຫ້ຫຼຸດໜ້ອຍຖອຍລົງນັ້ນ. ມາໃນວັນທີ່ 11 ພຶດສະພາ 2021 ນີ້ ທ່ານ ພິທັກ ຟອງສະໝຸດ ຜູ້ຊ່ວຍວຽກອໍານວຍການ ແລະ ທ່ານ ອາຈານ ສະໝອນ ບົວພາວົງ ຫົວໜ້າຫ້ອງການພາສາລາວ ຕາງໜ້າຄະນະອໍານວຍການໂຮງຮຽນ ມສ ລຽວໂຕ ໄດ້ນໍາເອົານໍ້າເຫຼົ້າ 90 ອົງສາເຊ ຈໍານວນ 15 ຕຸກ ເທົ່າກັບ 460 ລິດ, ໃນມູນຄ່າ 16.100.000 ກີບ ມາມອບໃຫ້ສະຖາບັນອະນາໄມກັນພະຍາດກອງທັບ ເພຶ່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວບຄຸມພະຍາດໂຄວິດ-19 ທີ່ກໍາລັງເເຜ່ລະບາດຢູ່ໃນໄລຍະນີ້ ແລະ ຕາງໜ້າຄະນະກ່າວຮັບໂດຍ ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ ເລຂາຄະນະພັກຮາກຖານ, ຫົວໜ້າການເມຶອງ, ມີ ສະຫາຍ ພັນໂທ ດຣ ພຶດສະພາ ສົນທິລາດ ຫົວໜ້າການທະຫານ ສະຖາບັນອານາໄມກັນພະຍາດກອງທັບ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ. ເຄຶ່ອງຊ່ວຍເຫຼືອປະເພດນໍ້າເຫຼົ້າ 90 ອົງສາເຊ ທີ່ໂຮງຮຽນ ມສ ລຽວໂຕ ໄດ້ນໍາມາມອບໃຫ້ສະຖາບັນອະນາໄມກັນພະຍາດກອງທັບໃນຄັ້ງນີ້ ກໍເພຶ່ອແນໃສ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດຮັບໃຊ້ຊາດ, ຮັບໃຊ້ສັງຄົມໃນໄລຍະວິກິດການລະບາດຂອງພະຍາດໂຄວິດ-19 , ນໍ້າເຫຼົ້າດັ່ງກ່າວແມ່ນຈະໄດ້ນໍາໄປໃຊ້ເຂົ້າໃນເປົ້າໝາຍຂະບວນການປະສົມກັບຢາເຄມີນໍາໄປພົ່ນຢາຂ້າເຊຶ້ອພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ທີ່ກໍາລັງລະບາດໃນປະເທດເຮົາ ເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາກົມກອງທະຫານຍັງມີຜູ້ຕິດເຊຶ້ອ ແລະ ມີເປົ້າໝາຍຄວາມສ່ຽງຫຼາຍສົມຄວນ, ທັງນີ້ ກໍເພື່ອເປັນການປະກອບສ່ວນຄວາມພ້ອມດ້ານຢາເຄມີໃຫ້ແກ່ພະນັກງານວິຊາການແພດໝໍເຮັດວຽກປ້ອງກັນຄວບຄຸມພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດໄປສູ່ວົງກວ້າງ, ປ້ອງກັນສຸຂະພາບນາຍ ແລະ ພົນທະຫານໃຫ້ມີສຸຂະພາບແຂງແຮງ ເພຶ່ອພ້ອມກັນເຮັດສໍາເລັດໜ້າທີ່ການເມຶອງທີ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າໄດ້ມອບໝາຍໃຫ້. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ