ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານຊາຍແດນແຂວງດຽນບຽນຟູ ສສ ຫວຽດນາມ ມອບອຸປະກອນ ຕ້ານພະຍາດໂຄວິດ ໃຫ້ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-05-12 13:28:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ໃນວັນທີ 10 ພຶດສະພາ 2021 ຜ່ານມາສະຫາຍ ພັນເອກ ເລດຶກເງຍ ຮອງຫົວໜ້າການເມຶອງກອງບັນຊາການທະຫານຊາຍແດນແຂວງດຽນບຽນຟູ ແລະ ສະຫາຍພັນໂທ ຟາມຫົງຢ່າງ ຮອງຫົວໜ້າຫ້ອງເສນາກອງບັນຊາການທະຫານຊາຍແດນແຂວງດຽນບຽນຟູ ສສ ຫວຽດນາມ ໄດ້ນຳເອົາໜ້າກາກອະນາໄມຈຳນວນ 5 ພັນແຜ່ນ, ເຈວລ້າງມື້ 100 ກ່ອງ ແລະ ໝີ່ສຳເລັດຮູບ 100 ແກັດ ລວມມູນຄ່າ 30 ລ້ານດົງ ມາມອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ ທີຫຼັກໝາຍຊາຍແດນແຂວງດຽນບຽນຟູ ແລະ ແຂວງຫຼວງພະບາງ, ໂດຍການກ່າວຮັບຂອງສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຄະນະປະຈຳພັກກອງບັນຊາການ, ປະທານກວດກາພັກ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ສະມາຊິກສະພາເເຫ່ງຊາດເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ. ມີສະຫາຍພັນໂທ ຜາສຸກ ສິງຫາວົງ, ຫົວໜ້າພະແນກເສນາຮັກ, ຮອງຄະນະສະເພາະກິດປ້ອງກັນພະຍາດໂຄວິດ-19 ແຂວງຫຼວງພະບາງ ແລະ ຄະນະພັກ- ຄະນະບັນຊາກອງຮ້ອຍທະຫານຊາຍແດນ 161 ເຂົ້າຮັບເປັນສັກຂີພະຍານ. ໂອກາດດຽວກັນນິ້ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ເຊີ່ງເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງສະຫາຍຫວຽດນາມອ້າຍນ້ອງ, ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ເວົ້າລວມເວົ້າສະເພາະກໍແມ່ນສອງກຳລັງປະກອບອາວຸດ ຂອງແຂວງດຽນບຽນຟູ ສສ ຫວຽດນາມ ແລະ ກຳລັງປະກອບອາວຸດແຂວງຫຼວງພະບາງ ສປປ ລາວ. ສະຫາຍຍັງໄດ້ສັນຍາວ່າຈະນຳເອົາອຸປະກອນດັ່ງກ່າວນິ້ມານຳໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ທີພວມລະບາດໃນ ສປປ ລາວ ໃຫ້ມີທ່າອຽງລົດລົງເທື່ອລະກ້າວ. ໂດຍ: ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ