ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນຝຶກ-ອົບຮົມ ກອງພົນທີ 3 ສໍາເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ
ເວລາອອກຂ່າວ: 2021-05-13 11:47:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ໃນວັນທີ 12 ພຶດສະພາ 2021 ນີ. ສູນຝຶກ-ອົບຮົມ ກອງພົນທີ 3 ປະກາດຮັບຮອງເອົາຜົນສຳເລັດການດຳາເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຄະນະພັກກອງພົນ ປະທານກວດກາ ຫົວໜ້າຫ້ອງການເມືອງກອງພົນທີ 3 , ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊີກພັກສົມບູນ-ສຳາຮອງເຂົ້າຮ່ວມ. ສະຫາຍ ພັນໂທ ເພັດສິນສັງ ສຸຂະທິວົງ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 3 ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກ ກອງພົນທີ 3 ວ່າດ້ວຍການຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ສູນຝຶກ-ອົບຮົມກອງພົນທີ 3 ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝ x ໝວດທີ II ມາດຕາທີ 11 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຜູ້ແທນ, ສະມາຊີກພັກ ຄະນະພັກກອງພົນທີ 3 ຕົກລົງຮັບຮອງເອົາ ສະຫາຍ ພັນໂທ ບຸນເລິງ ວຽງຖາວອນ ຫົວໜ້າການເມືອງສູນຝຶກ-ອົບຮົມ ກອງພົນທີ 3 ເປັນເລຂາຄະນະພັກ, ສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ຫົວໜ້າການທະຫານ ເປັນຮອງເລຂາ, ສະຫາຍ ພັນໂທ ທອງຄຳ ວົງນະຄອນ ຫົວໜ້າພະແນກການເມືອງ ເປັນຄະນະປະຈຳາພັກ ທັງເປັນປະທານກວດກາພັກ, ສະຫາຍ ພັນໂທ ຄຳຈັນ ພຸດທະວົງ ຫົວໜ້າພະແນກ ເສນາ-ອົບຮົມ ເປັນກຳາມະການຈັດຕັ້ງ, ສະຫາຍ ພັນໂທ ມອນທອງ ວິໄລພອນ ຮອງຫົວໜ້າພະແນກການເມືອງ ເປັນກໍາມະການໂຄສະນາ, ສະຫາຍ ພັນໂທ ບຸນທອງ ແສງລະຄອນ ເປັນກຳາມະການ ປ້ອງກັນ ແລະ ສະຫາຍ ພັນໂທ ຈັນສຸກ ມາລາເພັດ ຫົວໜ້າພະແນກພະລາ-ເຕັກນິກ ເປັນກຳາມະການ ການຄັງ. ນອກນີ້ກອງປະຊຸມຍັງໄດ້ຮັບຮອງເອົາຄະນະປະຈຳາພັກ ສູນຝືກອົບຮົມໃນນີ້ມີ: ສະຫາຍ ພັນໂທ ບຸນເລີງ ວຽງຖາວອນ ຫົວໜ້າການເມືອງ, ສະຫາຍ ໂທ ບຸນເສີດ ໂຕນສັນໄຊ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ທອງຄຳ ວົງນະຄອນ ຫົວໜ້າ ພະແນກການເມືອງ ແລະ ຮັບຮອງເອົາ ສະຫາຍ ພັນໂທ ທອງຄຳ ວົງນະຄອນ ຫົວໜ້າພະແນກການເມືອງ ເປັນປະທານກວດກາພັກ. ຂ່າວ: ສົມພົງ ອິນຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ