ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖີງ ສາທາລະນະລັດ ຕຸຍນີຊີ
ເວລາອອກຂ່າວ: 2021-05-13 14:38:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ສາທາລະນະລັດ ຕຸຍນີຊີ ຫົວໜ້າຄະນະລັດຖະບານ ຕຸນິສ, 31 ມີນາ 2021 ພະນະທ່ານ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດທີ່ ພະນະທ່ານ ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມສ່ວນຕົວ ແລະ ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ຕຸຍນີຊີ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ອວຍພອນໄຊຢ່າງຈິງໃຈ ມາຍັງ ພະນະທ່ານ ຈົ່ງປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມມຸ້ງໝັ້ນທີ່ຈະຮ່ວມເຮັດວຽກກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ເພື່ອນຳເອົາຜົນປະໂຫຍດມາສູ່ ປະຊາຊົນເພື່ອນມິດສອງຊາດຂອງພວກເຮົາ. ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ, ໄຮເຊມ ເມຊີຊີ ຫົວໜ້າຄະນະລັດຖະບານ ແຫ່ງ ສາທາລະນະລັດ ຕຸຍນິຊີ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ