ກອງບັນຊາການແມ່ທັບນ້ອຍ 11 ສ.ສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ
ເວລາອອກຂ່າວ: 2021-05-13 16:33:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2021 ນີ້, ກອງບັນຊາການແມ່ທັບນ້ອຍ 11 ສ.ສ ຫວຽດນາມ. ນໍາໂດຍ ສະຫາຍ ພັນເອກພິເສດ ຫງວຽນຈ໋ຽນ ຮອງຫົວໜ້າກອງບັນຊາການແມ່ທັບນ້ອຍ 11 ສ.ສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງມາມອບໃຫ້ກະຊວງປ້ອງກັນປະເທດ ສປປ ລາວ ເພື່ອໄປນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວບຄຸ້ມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19, ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະ.
ເຄື່ອງຊ່ວຍເຫຼືອຈໍານວນດັ່ງກ່າວລວມມີ: ຜ້າປິດປາກຈໍານວນ 200.000 ອັນ, ເຂົ້າສານຈໍານວນ 10 ໂຕນ ( ສະເພາະເຂົ້າສານລວມມູນຄ່າ 70 ລ້ານກີບ ) ມອບໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ. ໂອກາດການກ່າວຮັບເຄື່ອງດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອມາຍັງ ສະຫາຍ ພັນເອກພິເສດ ຫງວຽນຈ໋ຽນ ພ້ອມຄະນະ ກໍຄືກອງທັບປະຊາຊົນຫວຽດນາມ ທີ່ມີນໍ້າໃຈອັນປະເສີດນໍາເອົາເຄື່ອງດັ່ງກ່າວມາຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າໃນຍາມທີມີການແພ່ລະບາດຂອງພະຍາດໂຄວິດ-19 ແບບນີ້, ພ້ອມນັ້ນສະຫາຍຍັງໄດ້ໃຫ້ຄໍາໜັ້ນສັນຍາວ່າຈະນໍາເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ພະນັກງານ-ນັັກຮົບ ແລະ ປະຊາຊົນຜູ້ທີ່ຄອບຄົວຂາດເຂີນ ແລະ ພາກສ່ວນທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຕ່າງໆໃຫ້ໄດ້ຮັບຢ່າງທົ່ວເຖິງ.
ໂດຍ: ວິຊຽນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ