ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດ ກອງບັນຊາການທະຫານແຂວງວຽງຈັນ ເຄື່ອນໄຫວຊຸກຍູ້ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-14 11:51:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ ນີ້, ຄະນະສະເພາະກິດ ກອງບັນຊາການທະຫານແຂວງວຽງຈັນໄດ້ລົງເຄື່ອນໄຫວຊຸກຍູ້ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາກົມກອງຂຶ້ນກັບ. ນໍາໂດຍສະຫາຍ ພັນໂທ ທອງໄຊ ພັນສະໃໝ ຄະນະພັກກອງບັນຊາການ ຫົວໜ້າອະນຸກໍາມະການປ້ອງກັນ, ຄວບຄຸມການແຜ່ລະບາດ ພ້ອມດ້ວຍຄະນະ ເຊິ່ີງໄດ້ແບ່ງອອກເປັນ 03 ທິດຄື: ທິດຊາຍແດນ, ເສັ້ນທາງເລກທີ່ 13 ເໜືອ ແລະ 04 ຕົວເມືອງທົ່ງພຽງ. ໃນການລົງເຄື່ອນໄຫວຄັ້ງນີ້ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການຊີ້ນໍາ-ນໍາພາຈາກຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໃນການປ້ອງກັນ, ຕ້ານສະກັດກັ້ນ ແລະ ເຝົ້າລະວັງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ຕັ້ງແຕ່ວັນທີ 6 ພຶດສະພາ ເປັນຕົ້ນມາ, ເຊິ່ງເປັນໄລຍະທີ່ສອງ ທີ່ບັນດາກົມກອງຍັງສືບຕໍ່ປະຕິບັດຕາມຄຳສັ່ງເລກ 15/ນຍ ລົງວັນທີ 21 ເມສາ 2021, ກໍຄື ແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ 2237/ກປທ ລົງວັນທີ 6 ພຶດສະພາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມກຽມພ້ອມທຸກດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19. ຈາກນັ້ນກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ພ້ອມທັງຊີ້ນໍາບັນກົມກອງໃຫ້ຈັດຕັ້ງເຊື່ອມຊືມນິຕິກໍາຕ່າງໆທີ່ກ່ຽວຂ້ອງ ໃຫ້ພະນັກງານ-ນັກຮົບຢ່າງທົ່ວເຖິງດ້ວຍຫຼາຍວິທີການ, ຫຼາຍຮູບການທີ່ເໝາະສົມ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງສົມທົບກັບອໍານາດການປົກຄອງທ້ອງຖິ່ນ ບ່ອນທີ່ຕົນຕັ້ງທັບ ໃຫ້ເອົາໃຈໃສ່ໃນການປ້ອງກັນເວນຍາມ ຕິດຕາມຄົນເຂົ້າ-ອອກຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ທ້ອງຖິ່ນແຂວງວຽງຈັນພວກເຮົາ ຫຼຸດຜ່ອນການແຜ່ລະບາດ ຂອງພະຍາດ ໂຄວິດ-19. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ