ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ມອບອຸປະກອນ ຕ້ານພະຍາດ ໂຄວິດ-19 ໃຫ້ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2021-05-14 12:00:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ 2021 ນີ້ ຢູ່ທີ່ດ່ານສາກົນນໍ້າພ້າວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນການແພດລະຫວ່າງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ກ່າວມອບໂດຍ ສະຫາຍພົນຈັດຕະວາ ຮາ ເຕິ່ນ ຕຽນ ຮອງກອງບັນຊາການທະຫານເຂດ 4 ກ່າວຮັບໂດຍ ສະຫາຍພົນຕີ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງປ້ອງກັັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວງດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ດັ່ງນັ້ນ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ນໍາເອົາອຸປະກອນການແພດ ມາມອບໃຫ້ກອງທັບປະຊາຊົນລາວ ປະກອບມີ: ຜົງໂຄຣລາມິນບີ 825 ກິໂລ, ເຄື່ອງນຸ່ງປ້ອງກັນພະຍາດ 600 ຊຸດ, ຜ້າອັດປາກ 4 ຊັ້ນ 102.000 ອັນ, ເຄື່ອງວັດແທກອຸນຫະພູມ 300 ອັນ ແລະ ນໍ້າຢາຂ້າເຊື້ອ 3.000 ກ່ອງລວມມູນຄ່າ 1 ຕື້ດົງ ແລະ ເງິນສົດ 1 ຕື້ດົງສະກຸນເງິນຫວຽດນາມ. ການມອບອຸປະກອນການແພດ ແລະ ເງິນສົດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືພິເສດ ແລະ ຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ດ້ວຍຄວາມເປັນຫ່ວງເປັນໃຍເຊີ່ງກັນ ແລະ ກັນ ບົນພື້ນຖານເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ທີ່ມີມາແຕ່ດົນນານແລ້ວນັ້ນ ເພື່ອພ້ອມກັນເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືອັນດີງາມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ແຕກດອກອອກຜົນຍີ່ງໆຂື້ນ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງມືອຸປະກອນການແພດ ແລະ ເງິນສົດຈໍານວນດັ່ງກ່າວນັ້ນນໍາໄປປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ19ໃຫ້ໄດຮັບປະສິດທິຜົນສູງ. ສະຫາຍພົນຕີ ວໍລະສານ ວິລັດດາວົງ ໄດ້ຕາງໜ້າໃຫ້ລັດຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນທາງການແພດ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້. ໂດຍ: ຂ່າວ ທອງເພັດ, ພາບ ບຸນເລັ່ງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ