ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົ່ນຢາຂ້າເຊື້ອພະຍາດໂຄວິດ 19 ຢູ່ສະຖາບັນອະນາໄມກັນພະຍາດກອງທັບ
ເວລາອອກຂ່າວ: 2021-05-14 15:01:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2021 ນີ້ ທີມງານນັກວິຊາການປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ສະຖາບັນອະນາໄມກັນພະຍາດກອງທັບ ໄດ້ຈັດຕັ້ງກັນພົ່ນຢາຂ້າເຊື້ອ ຢູ່ບໍລິເວນກົມກອງຂອງຕົນ. ເຊິ່ນເປັນຈຸດທີ່ເປັນເປົ້າໝາຍຄວາມສ່ຽງຈາກ "ທາມລາຍ" ຂອງພະນັກງານວິຊາການແພດໝໍ ທີ່ໄດ້ຮັບໜ້າທີ່ເຮັດວຽກກ່ຽວກັບການ ປ້ອງກັນຄວບຄຸມພະຍາດໂຄວິດ-19 ເຄຶ່ອນໄຫວໄປມາ. ການຈັດຕັ້ງພົ່ນຢາຂ້າເຊື້ອພະຍາດໃນຄັ້ງນີ້ ທາງທີມງານໄດ້ພົ່ນຕາມບໍລິເວນເດິ່ນ ຄ້າຍຄູກົມກອງ, ຫ້ອງ ການ, ຫ້ອງປະຊຸມ, ຫ້ອງເຮັດວຽກຂອງວິຊາການ, ບ່ອນເກັບມ້ຽນເຄຶ່ອງຂອງ, ອຸປະກອນຮັບໃຊ້, ສະຖານທີ່ບ່ອນພັກຜ່ອນ, ບ່ອນຄົວກິນ, ຕາມລະບຽງ, ຮາວຂັ້ນໄດ, ຫ້ອງນໍ້າ ແລະ ບ່ອນອຶ່ນໆ ທີ່ເຫັນວ່າມີເປົ້າໝາຍຄວາມສ່ຽງ, ທັງນີ້ກໍ່ເພຶ່ອເປັນການຂ້າເຊື້ອ ໃນສະຖານທີ່ທີ່ນັກວິຊາການ ເຮັດວຽກງານທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ອາໄສຢູ່ ແລະ ໄດ້ເຄຶ່ອນໄຫວໄປມາ ລະຫວ່າງການລົງເຮັດວຽກຕົວຈິງ ຢູ່ບັນດາສະຖານທີ່ທີ່ມີຄວາມສ່ຽງສູງ ແລ້ວກັບມາກົມກອງຂອງຕົນເອງ, ພ້ອມທັງເປັນການປ້ອງກັນສຸຂະພາບພະນັກງານ-ນັກຮົບ, ພະນັກງານວິຊາການເເພດໝໍໃຫ້ປອດເຊື້ອພະຍາດ, ກຽມພ້ອມປະຕິບັດໜ້າທີ່ ປ້ອງກັນຄວບຄຸມພະຍາດໂຄວິດ-19 ຕາມຄໍາສັ່ງຂອງຂັ້ນເທິງໃຫ້ສໍາເລັດ ແລະ ທ່ວງທັນກັບສະພາບການ. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ