ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດຮ່ວມກັບບັນດາໂຮງໝໍບໍລິເວນພາຍໃນກອງທັບ ຈັດກອງປະຊຸມທາງໄກ
ເວລາອອກຂ່າວ: 2021-05-15 10:56:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ກະຊວງປ້ອງກັນປະເທດຮ່ວມກັບບັນດາໂຮງໝໍບໍລິເວນພາຍໃນກອງທັບ ໄດ້ຈັດກອງປະຊຸມທາງໄກໂດຍຜ່ານວີດີໂອ ເພື່ອລາຍງານສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ຈັດຂຶ້ນໃນວັນທີ 14 ພຶດສະພາ 2021 ນີ້, ຢູ່ທີ່ສູນບັນຊາການ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດຄວບຄຸມຕອບຕ້ານການແຜ່ລະບາດພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ, ມີຕ່າງໜ້າບັນດາຄະນະອະນຸກໍາມະການເຂົ້າຮ່ວມ. ສະຫາຍ ພັນໂທ ໂນສັກ ພັນທະລາດ ຫົວໜ້າພະແນກບໍລິຫານແຜນການກົມເສນາຮັກ, ຄະນະກອງເລຂາ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານສະພາບການເກີດລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາ ໂຄວິດ-19 ໃຫ້ຮູ້ວ່າ: ຜ່ານມາຄະນະສະເພາະກິດກະຊວງກໍຄືບັນດາໂຮງໝໍບໍລິເວນ ກໍໄດ້ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມລະບຽບ ແລະ ຫຼັກການ ຄໍາສັ່ງຂອງນາຍົກລັດຖະມົນຕີ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ຫັນເອົາບັນດາຄໍາສັ່ງ, ຄໍາຊີ້ນໍາຂອງກະຊວງປ້ອງກັນປະເທດ ຄະນະສະເພາະກິດໄດ້ລົງໄປປະຕິບັດຢູ່ກົມກອງ ເຫັນວ່າຫຼາຍກົມກອງມີຄວາມສະຫງົບ, ມີຄວາມຮັບປະກັນໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ຂອງແຕ່ລະກົມກອງ, ຮັບປະກັນ ແລະ ສະກັດກັ້ນຕ້ານໄດ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນກອງທັບ, ນອກຈາກນັ້ນບັນດາໂຮງໝໍຂອງກອງທັບ ຄະນະສະເພາະກິດຂອງແຕ່ລະກົມກອງກໍໄດ້ເອົາໃຈໃສ່ເປັນເຈົ້າການເຄື່ອນໄຫວວຽກງານເຮັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ. ໃນນັ້ນແມ່ນໄດ້ປັບປຸງ ແລະ ປະກອບເຄື່ອງສື່ສານຢູ່ສູນບັນຊາການ ຄະນະສະເພາະກິດໄດ້ແຕ່ງຕັ້ງຄະນະປະຈໍາການໃນແຕ່ລະວັນ, ສໍາເລັດການມອບ-ຮັບການອຸປະຖໍາຊ່ວຍເຫຼືອຈາກ ສສ ຫວຽດນາມ-ທະຫານເຂດ 4, ແມ່ທັບທີ່11, ໄດ້ແຈກຢາຍອຸປະກອນກັນພະຍາດ ແລະ ເຈວຂ້າເຊື້ອໃຫ້ກອງບັນຊາການທະຫານແຂວງພາກເໜືອ ລວມທັງກອງພົນ ທີ2, ກອງພົນທີ3 ແລະ 19 ກົມກອງ ມາຮອດປະຈຸບັນ ມີພະນັກງານ-ນັກຮົບ ແລະ ແພດໝໍໃນກອງທັບສັກວັກຊົນໄປແລ້ວຈຳນວນ 13.491 ຄົນ ລວມທັງ ເຂັມທີ 1 ແລະ ເຂັມທີ 2 ສະຫາຍ ປອ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ເຮັດວຽກງານຄຸມຄອງຈໍານວນພົນ ຄົນເຂົ້າ-ອອກ ການປະຕິບັດລະບຽບວິໄນ ໃຫ້ເຂັ້ມງວດ ຕ້ອງມີການຄຸມຄອງໃຫ້ແໜ້ນ, ນອກຈາກນັ້ນເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບປະຕິບັດໜ້າທີ່ການເມືອງເປັນປົກກະຕິ, ວຽກງານປ້ອງກັນ ຄະນະສະເພາະກິດແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຄຽງຄູ່ກັນນັ້ນໃຫ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ໂດຍສະເພາະແມ່ນການປະຕິບັດນະໂຍບາຍຕໍ່ບັນດາແພດໝໍທີ່ເຮັດໜ້າທີ່ປະເຊີນໜ້າໂດຍກົງ ເກັບກໍາຜົນງານການເຄື່ອນໄຫວຢ່າງລະອຽດ ເປັນຕົ້ນແມ່ນເຮັດວຽກງານການເມືອງປຸກລະດົມນໍ້າໃຈເສຍສະຫຼະຂອງແພດໝໍໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ