ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວປາແລັດສະຕິນ 100 ກວ່າຄົນເສຍຊີວິດ ຍ້ອນການປະທະກັນຢູ່ ເຂດກາຊາ
ເວລາອອກຂ່າວ: 2021-05-15 12:08:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ສໍານັກຂ່າວ AFP ລາຍງານເມື່ອວັນທີ 14 ພຶດສະພາ 2021 ນີ້ວ່າ: ສະພາບການສູ້ຮົບຢູ່ເຂດນີ້ ຍັງຄົງມີການຜັນແປຢ່າງສັບສົນທີ່ກຳລັງຄວບຄຸມເຂດ ກາຊາ ໂດຍແມ່ນຂະບວນການມຸດສະລິມ ຮາມາດ ພ້ອມກັບກຸ່ມປະກອບອາວຸດ ໄດ້ຍິງລູກຈະຫຼວດຫຼາຍລູກໄປທາງທິດ ອິດສະຣາແອນ. ຕາມບົດລາຍງານຫຼ້າສຸດ ຂອງອົງການການແພດປາແລັດສະຕິນ ຢູ່ເຂດ ກາຊາ ລະບຸວ່າ: ມີຊາວປາແລັດສະຕິນ 103 ຄົນເສຍຊີວິດ ແລະ 580 ຄົນໄດ້ຮັບບາດເຈັບ ໃນບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ທີ່ເລັ່ງໃສ່ເຂດດິນແດນນີ້ ນັບແຕ່ວັນທີ 10 ພຶດສະພາ ເຊິ່ງໃນຈໍານວນຜູ້ປະສົບເຄາະຮ້າຍດັ່ງກ່າວ ມີເດັກນ້ອຍ 27 ຄົນ ແລະ ແມ່ຍິງ 11 ຄົນ. ມາຮອດ ປັດຈຸບັນ, ມີລູກຈະຫຼວດຫຼາຍກ່ວາ 1.700 ໜ່ວຍທີ່ເລັ່ງໃສ່ບັນດາເທສະບານຢູ່ທິດໃຕ້, ທິດກາງ ແລະ ເໜືອຂອງອິດສະຣາແອນ. ໃນຂະນະນັ້ນ, ກອງທັບ ອິດສະຣາແອນ ໄດ້ດໍາເນີນການບຸກໂຈມຕີທາງອາກາດໃສ່ 750 ເປົ້າໝາຍ ຢູ່ເຂດ ກາຊາ. ນອກນັ້ນ, ປະຊາຄົມສາກົນພວມມີຄວາມວິຕົກກັງວົນທີ່ສຸດຕໍ່ສະພາບການໃຊ້ຄວາມຮຸນແຮງລະຫວ່າງອິດສະຣາແອນ ແລະ ປາແລັດສະຕິນ ຢູ່ເຢຣູຊາແລມ ຕາເວັນອອກ ແລະເຂດ ກາຊາ ທີ່ພວມຢູ່ໃນລະດັບເຄັ່ງຕຶງທີ່ສຸດໃນຊຸມປີມໍ່ໆມານີ້, ອັນໄດ້ເຮັດໃຫ້ປະຊາຊົນຈໍານວນຫຼາຍເສຍຊີວິດ. ທ່ານ ຊາເຣດ ມິກເຊວ ປະທານສະພາເອີຣົບ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການດັ່ງກ່າວ ແລະ ຮຽກຮ້ອງໃຫ້ອິດສະຣາແອນ ແລະ ປາແລັດສະຕິນ ຈົ່ງຢຸດຕິສົງຄາມ ແລະ ຫຼີກລ້ຽງການກໍ່ຄວາມເສຍຫາຍ ແລະ ເສຍຊີວິດຂອງປະຊາຊົນທີ່ບໍ່ກ່ຽວຂ້ອງ. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ