ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມມອບເຄື່ອງອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ແກ່ກອງພົນທີ 5
ເວລາອອກຂ່າວ: 2021-05-17 10:18:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ໃນວັນທີ 15 ພຶສະພາ 2021 ນີ້, ຢູ່ທີ່ດ່ານສາກົນ ນາມຢາງ - ດັກຕະອອກ ຂອງແຂວງກວາງນາມ ສສຫວຽດນາມ ແລະ ແຂວງ ເຊກອງ ສສປປ ລາວ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນການແພດໃຫ້ແກ່ກອງພົນທີ 5 , ກອງບັນຊາການທະຫານ ແຂວງສາລະວັນ , ໂຮງຮຽນນາຍສີບເລກ 2 ວຽງໄຊ ກອງທັບປະຊາຊົນລາວ ຝ່າຍຫວຽດນາມນຳໂດຍສະຫາຍ ພົນຈັດຕະວາ ເຫືອງວັນເຕືອງ ຮອງຜູ້ບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ, ກອງພົນທີ 5 ເຊີ່ງນຳໂດຍ ສະຫາຍພັນເອກ ອຸດອນ ພົມມະໄຊ ກຳມະການຄະນະພັກ ຫົວໜ້າຫ້ອງພະລາທິການ ກອງພົນທີ 5 ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເຫືອງວັນເຕືອງ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ທີ່ເປັນໄພຄຸກຄາມອັນຮ້າຍແຮງຕໍ່ບັນດາປະເທດໃນໂລກ, ສະພາບການປີ່ນປົວ ປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ຫວຽດນາມ ເຊີ່ງມີການຕິດຕາມ ກວດກາຢ່າງໃກ້ຊິດ ແລະ ເຂັ້ມງວດ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວບໍ່ໃຫ້ມີການແຜ່ລາມຂຶ້ນຕື່ມ ແລະ ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມື ຄວາມສາມັກຄີຮັກແພງກັນ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງສອງຊາດ ສອງກອງທັບ ລາວ - ຫວຽດນາມ, ຫວຽດນາມ-ລາວ ໃຫ້ຍືນຍົງຕະຫຼອດໄປ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ຈຶ່ງໄດ້ນຳເອົາເຄື່ອງອຸປະກອນການແພດມາມອບໃຫ້ແກ່ກອງພົນທີ5 ກອງທັບປະຊາຊົນລາວເພື່ອນຳໃຊ້ເຂົ້າໃນການປ້ອງກັນ ຕ້ານ ແລະ ກັນ ການແຜ່ລະບາດ ຂອງເຊື້ອພະບາດໂຄວິດ-19 ໃນນີ້, ສະເພາະມອບໃຫ້ກອງພົນທີ 5 ລວມມີ: ຜ້າອັດປາກ - ດັງ ຈຳນວນ 6.000 ອັນ , ຖົງມືຢາງການແພດ 3.000 ຄູ່ , ທາດເຄມີ HI-CLO 70 ຈຳານວນ 250 ກິໂລກຣາມ ,ຈັກພົ່ນຢາ PCD ຈຳນວນ 10 ເຄື່ອງ, ຊຸດປ້ອງກັນຂອງແພດ 500 ຊຸດ , ນໍ້ຢາຂ້າເຊື້ອພະຍາດລ້າງມື 1.200 ຂວດ. ສະຫາຍ ພັນເອກ ພູເວີນ ວົງຄຳາຊາວ ຫົວໜ້າການເມືອງໂຮງຮຽນນາຍສີບເລກ 2 ວຽງໄຊ ກໍໄດ້ຕາງໃຫ້ຄະນະຝ່າຍລາວ ສະແດງຄວາມຂອບໃຈ ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືກັນ ລະຫວ່າງ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ກັບກອງພົນທີ 5 , ກອງບັນຊາການທະຫານແຂວງສາລະວັນ , ໂຮງຮຽນກໍ່ສ້າງນາຍສີບເລກ 2 ວຽງໄຊ ແຂວງພາກໃຕ້ກອງທັບປະຊາຊົນລາວ ເຊີ່ງຍາມໃດ ກໍໃຫ້ການຮ່ວມມື ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນຕະຫຼອດມາ ພ້ອມຍັງໄດ້ອວຍພອນ ໃຫ້ສາຍພົວພັນຮ່ວມມື ແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ໜັ້ນຄົງທະນົງແກ່ນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສອງຊາດ ໃຫ້ຍືນຍົງທະນົງແກ່ນຕະຫຼອດການລະນານ ພ້ອມທັງໃຫ້ຄຳາໜັ້ນ ສັນຍາວ່າຈະນໍາເອົາເຄື່ອງອຸປະກອນດັ່ງກ່າວ ໄປມອບໃຫ້ພາກສວ່ນປະຕິບັດໜ້າທີ່ໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ: ແສງອາທິດ ສິດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ