ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງກວາງບິ່ງ ສສ ຫວຽດນາມ ມອບອຸປະກອນການແພດ ໃນການຕ້ານພະຍາດໂຄວິດ-19 ໃຫ້ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ສປປ ລາວ ມູນຄ່າ ແຂວງລະ 400 ລ້ານກ່ວາກີບ
ເວລາອອກຂ່າວ: 2021-05-17 10:56:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ:



ໃນຕອນບ່າຍວັນທີ 16 ພຶດສະພາ 2021 ຢູ່ທີ່ເຂດຊາຍແດນ ຫຼັກໝາຍທີ 528 ລະຫວ່າງດ່ານສາກົນນາເພົ້າ ຕັ້ງຢູ່ເຂດເມືອງບົວລະພາ ແຂວງຄໍາມ່ວນ ສປປ ລາວ ແລະ ດ່ານສາກົນ ຈາຫຼໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບ ອຸປະກອນການແພດ ໃນການຕ້ານພະຍາດໂຄວິດ-19 ແຂວງກວາງບິ່ງ ສສ ຫວຽດນາມ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປະສັກ ສປປ ລາວ, ເຂົາຮ່ວມໃນພິທີມອບ-ຮັບ ຝ່າຍຫວຽດນາມ ມີສະຫາຍ ວູ໊ ດ້າຍ ຖັງ ກໍາມະການສູນກາງຄອມມູນິດ ຫວຽດນາມ, ເລຂາພັກແຂວງ ແຂວງ ກວາງບິ່ງ, ຝ່າຍ ລາວ ມີສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍພະແນກສາທາລະນະສຸກແລະ ພາກສ່ວນກ່ຽວຂ້ອງຂອງແຕ່ລະຝ່າຍ. ສະຫາຍ ວູ໊ ດ້າຍ ຖັງ ກໍາມະການສູນກາງຄອມມູນິດຫວຽດນາມ, ເລຂາພັກແຂວງ ແຂວງ ກວາງບິ່ງ ໄດ້ຍົກໃຫ້ເຫັນວ່າ:ຄະນະພັກ-ອົງການປົກຄອງແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ ມີຄວາມຕັ້ງໃຈ ແລະ ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນເວລາ 2 ແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ພົບກັບ ວິກິດ ການລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງ ກະທົບ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ເສດຖະກິດຂອງປະເທດ, ເຊິ່ງການປະກອນອຸປະກອນການແພດຄັ້ງນີ້ ຈະເປັນກໍາລັງແຮງສໍາຄັນ ໃນການປ້ອງກັນ ແລະ ກວດຫາເຊື້ອພະຍາດໂຄວິດ-19 ເພື່ອໃຫ້ມີຄວາມສະດວກ ແລະ ທົ່ວເຖິງໃນແຕ່ລະເມືອງ ຂອງສອງແຂວງ ເປັນການຢັບຢັ້ງເຊື້ອພະຍາດ ໃຫ້ຫຼຸດລົງເທື່ອລະກ້າວ; ດ້ວຍຄວມາສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ; ແຂວງກວາງບິ່ງ ກໍເຫັນໄດ້ມູນເຊື້ອ ທີ່ບັນພະບູລຸດ ຂອງ2 ປະເທດ ໄດ້ສ້າງມາ ເຊິ່ງຕ້ອງໄດ້ຊ່ວຍເຫຼືອ, ສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ໂອກາດນີ້ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍໄດ້ກ່າວຂອບໃຈ ຕໍ່ຄະນະພັກ-ອໍານາດການປົກຄອງ ແລະ ປະຊາຊົນແຂວງ ກວາງບິ່ງອ້າຍນ້ອງ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງຖືວ່າເປັນມູນເຊື້ອ ອັນດີງາມ ມາແຕ່ດົນນານ ຂອງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ເວົ້າສະເພາະ ແຂວງສະຫວັນນະເຂດ ແລະ ແຂວງກວາງບິ່ງ ທີ່ເປັນແຂວງແຮກສ່ຽວແຕ່ປີ 1968; ສໍາລັບ ເພາະພະຍາດໂຄວິດ-19 ເປັນພະຍາດທີ່ແຜ່ລະບາດ ເປັນວົງກວ້າງ ວ່ອງໄວ ແລະ ຮ້າຍແຮງ ເຊິ່ງໄດ້ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ປະຊາຄົມໂລກ ມາເປັນເວລາຫຼາຍປີ. ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມ 1 ພັນ 498 ຄົນ, ເສຍຊີວິດ 2 ຄົນ, ສ່ວນຢູ່ແຂວງສະຫວັນນະເຂດ ຮອດວັນທີ16 ພຶດສະພາ ມີຜູ້ຕິດເຊື້ອສາສົມ63ຄົນ; ເຊິ່ງອໍານາດການປົກຄອງແຂວງ ໄດ້ສົມທົບກັບທຸກຂັ້ນ ເພື່ອສຸມໃສ່ການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດ ໂດຍໄດ້ສັງລັອກດາວແຂວງ 2ຄັ້ງຕິດຕໍ່ກັນ ເຊິ່ງໄລຍະນີ້ ໄດ້ເນັ້ນໜັກການຕິດຕາມກວດກາ ຕາມຊາຍແດນ ແລະ ຈຸດຫຼໍ່ແຫຼມຂອງແຂວງ. ຈາກນີ້ ກໍໄດ້ມີພິທີມອບ-ຮັບ ອຸປະກອນການແພດດັ່າງກ່າວ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ໂດຍມອບໃຫ້ເທົ່າກັນ ມູນຄ່າແຂວງລະ 1ຕື້ດົງ ເທົ່າກັບ 4ຮ້ອຍ21ລ້ານ2ແສນກີບ ເຊິ່ງມອບໂດຍ ສະຫາຍ ວູ໊ ດ້າຍ ຖັງ ກໍາມະການສູນກາງຄອມມູນິດຫວຽດນາມ, ເລຂາພັກແຂວງ ແຂວງ ກວາງບິ່ງ ເຊິ່ງຮັບໂດຍການນໍາຂອງສອງແຂວງ ໂດຍແມ່ນສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ; ເຊິ່ງເຄື່ອງທີ່ຮັບ ແມ່ນປະກອບມີ ເຄື່ອງຝົ່ນຢາຂ້າເຊື້ອ ແຂວງລະ8ເຄື່ອງ,ເຄື່ອງຜະລິດອົກຊີ ແຂວງລະ5ເຄື່ອງ,ເຄື່ອງຊ່ວຍຫາຍໃຈ ແຂວງລະ 3ເຄື່ອງ, ເຄື່ອງວັດອຸນຫະພູມ ແຂວງລະ 20 ເຄື່ອງ ,ຜ້າອັດປາກ-ດັງ ແຂວງລະ 1ພັນກັບ, ເຈວລ້າງມື ແຂວງລະ 240 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນເຊື້ອ ແຂວງລະ 4 ຮ້ອຍຊຸດ, ຊຸດກວດເກັບຕົວຢ່າງພະຍາດໂຄວິດ ແຂວງລະ 5 ຮ້ອຍອັນ, ຊົບມື ແຂວງລະ 30 ກັບ ແລະ ເຫຼົ້າ 70 ແຂວງລະ 2 ຮ້ອຍຂວດ. ພ້ອມນີ້ ທາງທະຫານຊາຍແດນແຂວງກວາງບິ່ງ ກໍໄດ້ມອບອຸປະກອນການແພດຈໍານວນໜຶ່ງ ໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເພື່ອນໍາໃຊ້ວຽກງານປ້ອງກັນພະຍາດໂຄວິດ-19.
ພາບ-ຂ່າວ: ສີໄຄ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ