ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດຊຸດອົບຮົມ-ຫັດແອບ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານການນຳ
ເວລາອອກຂ່າວ: 2021-05-17 12:02:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2021 ນີ້ ກອງບັນຊາການທະຫານແຂວງຫົວພັນ ໄດ້ປິດຊຸດອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານການນຳເປົ້າໝາຍ 3 ຊຸດທີ II ປະຈຳlສົກປີ 2020-2021 ຢູ່ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ໂດຍການເຂົ້າຮວ່ມເປັນປະທານ ຂອງສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ປະທານສະພາສຶກສາປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຫົວພັນ, ມີບັນດາກຳມະການຄະນະປະຈຳພັກແຂວງ, ຄະນະສະພາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກການອ້ອມຂ້າງແຂວງ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນເຂົ້າຮວ່ມ. ສະຫາຍ ພັນຕີ ພອນມີໄຊ ຜຸຍຮອງວອນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງບັນຊາການທະຫານແຂວງຫົວພັນ ໄດ້ຜ່ານບົດສະຫຼຸບ ການອົບຮົມເປັນໄລຍະເວລາ 21 ວັນ ເຫັນວ່າ ໄດ້ອຳນວຍຄວາມສະດວກທຸກດ້ານ ເຮັດໃຫ້ຊຸດເຝິກອົບຮົມ-ຫັດແອບ ໃນຄັ້ງນີ້, ໄດ້ສໍາເລັດຕາມແຜນການ ແລະ ສາມາດຕີລາຄາຜົນໄດ້ຮັບຄື: ພາກການເມືອງສະເລ່ຍຜົນໄດ້ຮັບ 58,35%, ພາກການທະຫານ 35,60% ສາມາດບັນລຸແຜນການທີ່ວາງໄວ້ 93,95%. ທັງນີ້, ກໍເພື່ອເຮັດໃຫ້ບັນດານັກອົບຮົມ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທຸກດ້ານ ເພື່ອສືບຕໍ່ເສີມຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະອົງການ,ພະແນກການ,ບັນດາເມືອງ ທົ່ວແຂວງຫົວພັນ ຮັກສາໄດ້ຄວາມສະຫງົບປອດໄພ ໃນທຸກດ້ານ. ໂອກາດນີ້ ບັນດານັກເຝິກອົບຮົມ ໄດ້ມອບຄອັມພິວເຕີ ຈຳນວນ 2 ຊຸດ ແລະ ອຸປະກອນ ອື່ນໆ ອີກຈໍານວນໜຶ່ງ ລວມມູນຄ່າ 17.646.000 ກີບ ໃຫ້ແກ່ກອງບັນຊາການທະຫານແຂວງຫົວພັນ ຕາງໜ້າກ່າວມອບໂດຍ ສະຫາຍ ບຸນລົມ ສີເມືອງວົງ ຫົວໜ້າຫ້ອງຊຸດອົບຮົມ ແລະ ສະຫາຍ ພັນເອກ ປະລິນຍາເອກ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ໄດ້ກ່າວຮັບ ແລະ ມອບຕໍ່ໃຫ້ໂຮງຮຽນການທະຫານທ້ອງຖິ່ນ ເປັນຜູ້ນຳໃຊ້ ປົກປັກຮັກສາຕໍ່ໄປ, ພ້ອມນີ້ ຍັງໄດ້ມອບໃບຊົມເຊີຍຜົນງານໃຫ້ນັກເຝິກອົບຮົມນຳອີກ. ຂ່າວຍັງໃຫ້ຮູ້ຕື່ມວ່າ: ໂອກາດດຽວກັນນີ້, ຍັງໄດ້ຈັດຕັ້ງກິດຈະກຳ ປ່ອຍປາ ກັບຄືນສູ່ທຳມະຊາດ ໂດຍໄດ້ນຳເອົາແນວພັນປາຊະນິດຕ່າງໆ ຈຳນວນ 20 ກິໂລກຣາມ ມາປ່ອຍ ອີກດວ້ຍ. ຂ່າວ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ