ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຮັບຜິດຊອບໂຄງການກໍ່ສ້າງອາຄານກອງບັນຊາການທະຫານອາກາດ ມອບເຄື່ອງຊ່ວຍເຫຼືອ ກທອ
ເວລາອອກຂ່າວ: 2021-05-17 12:31:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2021 ນີ້, ຢູ່ກອງບັນຊາການທະຫານອາກາດໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຄະນະຮັບຜິດຊອບໂຄງການກໍ່ສ້າງອາຄານກອງບັນຊາການທະຫານອາກາດ( ບໍລິສັດ Fronticv service Group ) ປະກອບມີ : ຜ້າອັດປາກ-ດັງ ຈຳນວນ 5 ແກັດ, ໝີ່ສຳເລັດຮູບ ຈຳນວນ 90 ແກັດ, ເອັມ-150 ຈໍານວນ 8 ແກັດ, ນ້ຳດື່ມ ຈຳນວນ 48 ແກັດ ລວມມູນຄ່າເປັນເງີນ 20.000.000 ກີບ. ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ແກ່ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໂດຍການເຂົ້າຮ່ວມພິທີມອບ-ຮັບເຄື່ອງຊ່ວຍເຫຼື່ອດັ່ງກ່າວ ຂອງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີ ທ່ານ ຫຼີຊຸນກວາງ ຕາງໜ້າ ບໍລິສັດ Fronticv service Group. ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ກໍໄດ້ຕ່າງໜ້າກ່າວຮັບ ແລະ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອມາຍັງ ທ່ານ ຫຼີຊຸນກວາງ ພ້ອມດ້ວຍຄະນະ ທີ່ມີນ້ຳໃຈອັນປະເສີດ ແລະ ມີຄວາມເປັນຫ່ວງເປັນໄຍ ຕໍ່ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ຄວາມຊ່ວຍເຫຼືອ ທາງດ້ານວັດຖຸອຸປະກອນຕ່າງໆ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວແຈກຢາຍໃຫ້ ພະນັກງານ-ນັກຮົບ ແລະ ປະຊາຊົນ ຜູ້ທີ່ຄອບຄົວຂາດເຂີນ ແລະ ພາກສ່ວນທີ່ກຳລັງປະຕິບັດໜ້າຢູ່ເຂດຕ່າງໆໃຫ້ໄດ້ຮັບຢ່າງທົ່ວເຖີງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ