ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດເມືອງຫີນບູນຈັດກອງປະຊຸມປຶກສາຫາລືເພີ່ມວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-17 12:31:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ກອງປະຊຸມປຶກສາຫາລືການຄຸ້ມຄອງຄົນເຂົ້າ - ອອກ ທີ່ມາເຄື່ອນໄຫວເຮັດວຽກພາຍໃນເມືອງໃນໄລ ຍະປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໄດ້ຈັດໃນວັນທີ 14 ພຶດສະພາ 2021 ຢູ່ທີ່ເມືອງຫີນບູນ ໂດຍການເປັນປະທານຂອງທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງ ຫົວໜ້າຄະນະສະເພາະກິດຂັ້ນເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ຄະນະຊີ້ນໍາວຽກງານສະເພາະກິດໃນແຕ່ລະກຸ່ມບ້ານເຂົ້າຮ່ວມ. ໃນກອງປະຊຸມໄດ້ພ້ອມກັນປຶກສາຄົ້ນຄວ້າຮ່ວມກັນ, ພ້ອມທັງປະກອບຄໍາຄິດຄໍາເຫັນເພື່ອຊອກຫາວິທີໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງໃນນັ້ນໄດ້ຕົກລົງເຫັນດີມອບໃຫ້ຄະນະຊີ້ນໍາປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ເມືອງ ລົງປະສານສົມທົບອໍານາດການປົກຄອງບ້ານ ເພື່ອເນັ້ນໜັກຄືນໃນການຜັນຂະຫຍາຍບັນດານິຕິກໍາ,ແຈ້ງການຕ່າງໆຂອງຄະນະສະເພາະກິດໃນແຕ່ລະຂັ້ນ, ພ້ອມທັງສ້າງບົດບັນທຶກຮ່ວມກັບອໍານາດການປົກຄອງບ້ານ ແລະ ປະຊາຊົນ ໃນການສືບຕໍ່ມາດຕະການຕ່າງໆຢ່າງເຂັ້ມງວດ ແລະ ພ້ອມທັງເກັບກໍາຈໍານວນຄົນທີ່ມາຈາກຕ່າງເມືອງ, ຕ່າງແຂວງ ທີ່ມາເຮັດວຽກຢູ່ສວນຢາງພາລາເພື່ອສ້າງສໍາມະໂນຄົວຊົ່ວຄາວ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງໃນການກະກຽມບັນດາຮ່າງເກັບກໍາຂໍ້ມູນ, ສ່ວນບຸກຄົນທີ່ເຮັດວຽກຢູ່ບໍລິສັດຮັບຊື້ໄມ້ວິກແມ່ນມອບໃຫ້ຫ້ອງວ່າການເມືອງປະສານສົມທົບກັບບໍລິສັດແມ່ນໍ້າຂອງປູກຕົ້ນໄມ້ພ້ອມກັນຄົ້ນຄວ້າຈັດຕັ້ງປະຕິບັດ. ກອງປະຊຸມໃນຄັ້ງນີ້, ເພື່ອເປັນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃນການປ້ອງກັນ, ຄວບຄຸມແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນການ. ໃນໂອກາດນີ້, ທາງຄະນະບໍລິຫານງານຊາວໜຸ່ມເມືອງຍັງໄດ້ມອບເຄື່ອງມືຮັບໃຊ້ໃນການປ້ອງກັນພະຍາດໂຄວິດ -19 ໃຫ້ແກ່ເມືອງ ໃນນັ້ນມີຜ້າອັດປາກ - ດັງ ລວມມູນຄ່າ 1.080.000ກີບ. ຂ່າວ: ລັດດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ