ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າ ຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ 19ເມືອງບົວລະພາ ເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ ຕາມຈຸດກວດ ຄົນເຂົ້າ-ອອກ ພາຍໃນເມືອງ
ເວລາອອກຂ່າວ: 2021-05-17 15:08:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດ ການສະກັດກັ້ນ ການແຜ່ລະບາດ ຂອງພະຍາດ ໂຄວິດ-19, ດັ່ງນັ້ນ ໃນວັນທີ 14 ພຶດສະພາ 2021 ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງເມືອງບົວລະພາ ຫົວໜ້າ ຄະນະສະເພາະກິດ ປ້ອງກັນ ແລະ ຄອບຄຸມ ການແຜ່ລະບາດ ພະຍາດໂຄວິດ-19 ຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດ ພະຍາດໂຄວິດ -19 ຕາມຈຸດກວດ ຄົນເຂົ້າ-ອອກ ຕ່າງໆ ພາຍໃນເມືອງ, ເຊິ່ງພາຍໃນເມືອງບົວລະພາ ມີຈຸດກວດ ຄົນເຂົ້າ-ອອກ ທັງໝົດ 4 ຈຸດຄື:ຈຸດກວດ ຄົນເຂົ້າ-ອອກ ບ້ານ ນາເປງ, ບ້ານ ຫຼັງຄັງ, ບ້ານ ມຸກ-ລຸ່ມປຸ້ມ ບ້ານ ໜອງມ້າ ແລະ ມີ 1 ສູນກັກກັນ ໃນການເຄື່ອນໄຫວ ຄັ້ງນີ້, ມີບັນດາ ຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມ ພະຍາດ ໂຄວິດ-19 ປະຈໍາແຕ່ລະຈຸດກວດ ໃຫ້ການຕ້ອນຮັບ. ເຊິ່ງໃນການ ເຄື່ອນໄຫວຄັ້ງນີ້ ກໍເພື່ອຢ້ຽມຢາມ ແລະ ເປັນຂັວນກໍາລັງໃຈ ໃຫ້ກັບ ບັນດາ ຄະນະ ສະເພາະກິດ ປ້ອງກັນ ແລະຄວບຄຸມ ພະຍາດ ໂຄວິດ-19 ເມືອງ ທີ່ໄດ້ພ້ອມກັນ ປະຕິດບັດໜ້າທີ່ ຢ່າງເຂັ້ມງວດ, ພ້ອມກັນນັ້ນ ທ່ານສຸກຂະເສີມ ແກ້ວຈັນທະລາ ຍັງໄດ້ ນໍາເອົາ ເຄື່ອງອຸປະໂພກ, ບໍລິໂພກເປັນຕົ້ນແມ່ນ ນໍ້າດື່ມ, ໝີ່ສໍາເລັດຮູບ, ຜ້າອັດປາກ-ດັງ ແລະ ອື່ນໆ ພ້ອມທັງນໍາເອົາເງິນ ເພື່ອມາຊຸກຍູ້ ຈຸດກວດກາຄົນເຂົ້າ-ອອກ ຈຸດລະ 300.000 ກີບ ລວມມູນຄ່າທັງໝົດ1.500.000 ກີບ ມາມອບໃຫ້ກັບ ບັນດາຈຸດກວດກາຄົນເຂົ້າ-ອອກ ພາຍໃນເມືອງນໍາອີກດ້ວຍ. ຂ່າວ: ບຸນປະພາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ