ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສ່ອງແສງຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-17 17:27:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ:



ໃນວັນທີ 17 ພຶດສະພາ 2021ນີ້,ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19ຂັ້ນກະຊວງໄດ້ຈັດກອງປະຊຸມຂື້ນໂດຍການເປັນປະທານຂອງສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ມີຄະນະສະເພາະກິດ,ກອງເລຂາສະເພາະກິດ ແລະ ອານຸກໍາມະການເຂົ້າຮ່ວມ. ສະຫາຍພັນໂທ ໂນສັກ ພັນທະລາດ ຕາງໜ້າກອງເລຂາຄະນະສະເພາະກິດຂື້ນລາຍງານຜ່ານບົດລາຍງານສະພາບການລະບາດແລະມາດຕະການປ້ອງກັນ,ຄວບຄຸມແລະການແກ້ໄຂພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19ໃຫ້ຮູ້ວ່າ:ຮອດວັນທີ 16 ພຶດສະພາ 2021, ທົ່ວໂລກມີລາຍງານ ຜູ້ຕິດເຊື້ອພະຍາດ COVID-19 ຈາກ 220 ປະເທດ/ເຂດ. ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 163,158,860 (624,253 ໃໝ່),ເສຍຊີວິດທັງໝົດ 3,382,910 (11,740 ໃໝ່). ປິ່ນປົວ ຫາຍດີ 142,563,799 (1,127,470 ໃໝ່). ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ໃນໂລກກໍຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ, ບຣາຊິວ ແລະ ຝຣັ່ງ ຕາມລໍາດັບ. ສໍາລັບ ສປປ ລາວ, ຮອດປັດຈຸບັນ, ຈໍານວນຜູ້ຕິດເຊື້ອທັງໝົດມີ 1,591 ກໍລະນີ (ໃໝ່ 21 ກໍລະນີ ໃນນັ້ນ ຄົນເຈັບທີ ຕິດເຊື້ອ ຈາກ, ຈໍາປາສັກ 7 ກໍລະນີ, ນະຄອນຫຼວງວຽງຈັນ 11 ກໍລະນີ ແລະ ສະຫວັນນະເຂດ 03 ກໍລະນີ). (ກໍລະນີນໍາເຂົ້າທັງໝົດແມ່ນ ແຮງງານລາວກັບມາແຕ່ປະເທດໄທ ເຂົ້າມາຜ່ານແຂວງ ຈໍາປາສັກ 07 ກໍລະນີ ແລະ ສະຫວັນນະເຂດ 03 ກໍລະນີ, ມາຮອດປັດຈຸບັນ ຄະນະສະເພາະກິດໄດ້ອອກແຈ້ງການເຖິງສໍານັກງານອົງການ ກົມກອງ ກໍາລັງຫຼວງ ແລະ ທ້ອງຖິ່ນຈັດຕັ້ງການກວດຄັດກອງ ອຸນນະພູມ ຄົນເຂົ້າຄ້າຍ ເລີ່ມແຕ່ວັນທີ 22/4/2021 ເປັນຕົ້ນມາ ໂດຍສະເພາະແມ່ນຢູ່ບັນດາໂຮງໝໍ່ຕ່າງໆຂອງກອງທັບ, ຈັດຕັ້ງສັກວັກຊິນຄັ້ງທິຢູ່ໂຮງໝໍສູນກາງ 103 ແລະ ຈຸເຄື່ອນທີ່ສັກວັກຊິນຢູ່ເຂດໃຈກາງ, ບັນດາໂຮງໝໍບໍລິເວນ ແລະ ໂຮງໝໍ່ທະຫານແຂວງບ່ອນທີ່ມີເງື່ອນໄຂກໍໄດ້ຈັດຕັ້ງສັກຢູ່ກັບທີ, ສໍາລັບແຂວງໃດບໍ່ມີເງື່ອນໄຂກໍໄດ້ຈັດ ຕັ້ງກັນໄປສັກຢູ່ ນໍາພະແນກສາທາແຂວງ-ເມືອງ ຕາມຄວາມສະດວກ, ມາຮອດປັດຈຸບັນ ໄດ້ຈັດຕັ້ງສັກໄປແລ້ວຈໍານວນ28.323 ຄົນ ໃນນັ້ນມີທະຫານ 19.633 ຄົນ, ເຄື່ອນໄຫວພົ່ນຢາຂ້າເຊື້ອຢູ່ເຮືອນການນໍາ ແລະ ບັນດາກົມກອງທີ່ມີຜູ້ຕິດເຊື້ອ, ຜູ້ສໍາພັດໃກ້ຊິດຈໍານວນ 22 ກົມກອງ ແລະ ເຮືອນການນໍາ ມີເນື້ອທີ່ 39.129 ຕາແມັດ), ໄດ້ເກັບຕົວຢ່າງແຮງງານ, ຜູ້ສໍາພັດໃກ້ຊິດທີ່ເຂົ້າມາຈໍາກັດບໍລິເວນຫຼັກ 27, ໂຮງຫມໍສູນກາງ 103 ແລະ ຢູ່ກົມກອງຕ່າງໆ ສົ່ງກວດຢູ່ສູນວິເຄາະ-ລະບາດວິທະຍາ ຈໍານວນ 1,574 ຕົວຢ່າງ, ການຄຸ້ມຄອງສູນຈໍາກັດບໍລິເວນຫຼັກ 27 ໃນໄລຍະທີ່ມີການລະບາດຮອບໃຫມ່ ໄດ້ເພີ່ມທະວີການຈັດຕັ້ງການຄຸ້ມຄອງ ເພື່ອບໍລິຫານຈັດການໂດຍສະເພາະແມ່ນກໍາລັງປ້ອງ ກັນ ເພີ່ມທະວີການເວນຍາມ ບໍ່ໃຫ້ຄົນອື່ນທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າອອກໂດຍບໍ່ໄດ້ຮັບອະນຸຍາດ, ຈັດຕັ້ງຫນ່ວຍງານຮັບປະກັນດ້ານ ພະລາທິການ ແລະ ຫນ່ວຍງານໂຄສະນາສຸຂະສຶກສາໃຫ້ຄວາມຮູ້ເພື່ອແຈ້ງໃຫ້ຜູ້ທີ່ເຂົ້າມາກັກຕົວປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ-19 . ໂອກາດດັ່ງກ່າວ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຍັງເນັ້ນໃຫ້ຄະນະສະເພາະກິດ,ກອງເລຂາ ແລະ ອະນຸກໍາມະການຂັ້ນຕ່າງໆຕ້ອງເປັນເສນາທິການໃນດ້ານວຽກງານການປ້ອງກັນ ແລະ ຄວບຄຸ້ມການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ເພີ່ມທະວີຄວາມເອົາໃຈໃສ່ ຍົກສູງສະຕິລະວັງຕົວໃນການປ້ອງກັນຕົນເອງ ແລະປະຕິບັດຕາມແຜນຢ່າງເຂັ້ມງວດກ່ຽວກັບບັນດາມາດຕະການທີ່ວາງອອກ,ເອົາໃຈໃສ່ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນຈັດຕັ້ງກໍາລັງລາດຕະເວນຕາມເຂດຊາຍແດນທີ່ມີການຂ້າມລອຍເຂົ້າມາພາຍໃນປະເທດແບບຜິດກົດໝາຍ.ນອກນີ້ຍັງຮຽກຮ້ອງໃຫ້ກົມເສນາຮັກ,ໂຮງໝໍສູນກາງ 103ກອງທັບ ແລະ ທິມແພດທຸກສະຫາຍເອົາໃຈເຂົ້າການປິ່ນປົວຮັກສາຕາມບົດຮຽນ ແລະ ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ