ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດລັດວິສາຫະກິດນ້ໍາມັນເຊື້ອໄຟວຽງຈັນ ມອບເຄື່ອງບໍລິໂພກໃຫ້ແກ່ໂຮງໝໍສຸນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-18 17:50:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບ ຂອງພະນັກງານ-ນັກຮົບ ພາຍໃນໂຮງໝໍສຸນກາງ 103 ກອງທັບ. ມາໃນວັນທີ 18 ພຶດສະພາ 2021 ນີ້, ຄະນະອຳນວຍການບໍລິສັດ ລັດວິສາຫະກິດນ້ໍາມັນເຊື້ອໄຟວຽງຈັນ, ໄດ້ນຳເອົາເຄື່ອງບໍລິໂພກ ມາມອບໃຫ້ແກ່ ໂຮງໝໍສຸນກາງ 103 ກອງທັບ, ເພື່ອປະກອບສວ່ນນຳໃຊ້ ເຂົ້າໃນການຕ້ານພະ ຍາດໂຄວິດ-19 ຕາງໜ້າກ່າວມອບໂດຍສະຫາຍ ພັນໂທ ບຸນທົງ ກອງເທດມະນີ, ຜູ້ອຳນວຍການບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບດວ້ຍ, ນໍ້າດື່ມ, ໝີ່ສຳເລັດຮູບ, ປາກະປອງ ແລະ ເຄື່ອງບໍລິໂພກອື່ນໆລວມມູນຄ່າທັງໝົດ 6 ລ້ານກີບ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ດຣ ຄຳເຜີຍ ພາລະສິງ ຮອງຫົວໜ້າຫ້ອງບໍລິຫານການແພດ, ໂຮງໝໍສຸນກາງ 103 ກອງທັບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂອກາດນີ້ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບ ໃນທົ່ວໂຮງໝໍສຸນກາງ 103 ກອງທັບ, ສະຫາຍ ພັນໂທ ດຣ ຄຳເຜີຍ ພາລະສິງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສຸງ ມາຍັງຄະນະອຳນວຍການ, ພະນັກງານ ຂອງບໍລິສັດລັດວິສາຫະກິດນ້ໍາມັນເຊື້ອໄຟວຽງຈັນ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງນ້ໍາຈິດນ້ໍາໃຈໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ແກ່ພະນັກ ງານ-ນັກຮົບ ແລະ ຈະນຳໃຊ້ໃຫ້ເກີດປະໂຫຍດສຸງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ