ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດການຄ້າ ແລະ ບໍລິການຟູມິງຈີ ເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ແຂວງຊຽງຂວາງ
ເວລາອອກຂ່າວ: 2021-05-18 17:58:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ໃນວັນທີ 17 ພຶດສະພາ 2021 ນີ້, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີບໍລິສັດ ການຄ້າ ແລະ ບໍລິ ການຟູມິງຈີ ຈຳກັດ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າມອບຜ້າປິດປາກ ແລະ ເຈວລ້າງມື ລວມມູນຄ່າ 3.000.000 ກີບ ກ່າວມອບໂດຍທ່ານ ຄອນສະຫັວນ ສໍສຳພັນໄຊ ຕາງໜ້າບໍລິສັດ ການຄ້າ ແລະ ບໍລິການຟູມິງຈີ ຈຳກັດ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານ ຄອນສະຫັວນ ສໍສຳພັນໄຊ ໄດ້ກ່າວວ່າ ການຕ້ານພະຍາດໂຄວິດ-19 ແມ່ນໜ້າທີ່ຂອງໝົດທຸກຄົນ ທາງບໍລິສັດຈິ່ງໄດ້ປະກອບສ່ວນ ເຖິງມູນຄ່າຈະບໍ່ຫຼາຍ ແຕ່ກະເຕັມໄປດ້ວຍຈິດໃຈອຸ້ມຊູຊ່ວຍເຫຼືອລະຫ່ວາງ ຫວຽດນາມ-ລາວ ໂດຍສະເພາະບໍລິສັດກັບແຂວງຊຽງຂວາງ. ໂອກາດນີ້ທ່ານຮອງເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຂອບໃຈອັນລົ້ນເຫຼືອ ມາຍັງກຸ່ມບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ເປັນວັດຖຸສິ່ງຂອງ ອັນມີຄ່າມີຄວາມສຳຄັນຫຼາຍ ໃນການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ເຊິ່ງມັນໄດ້ສະແດງໃຫ້ເຫັນມິດຕະພາບອັນດີງາມ ຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນ ແຂວງຊຽງຂວາງກັບ ກຸ່ມບໍລິສັດການຄ້າ ແລະ ບໍລິການຟູມິງຈີ ຫັວງຢ່າງຍີ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນຈະເພີ່ມພູນຄູນສ້າງຂື້ນເລື້ອຍໆ ໃນອານາຄົດຕໍ່ໄປ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ