ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງໆຄຳມ່ວນ ລົງເຄື່ອນໄຫວຊຸກຍູ້ຕິດຕາມການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢູ່ບໍລິສັດ ຊີໂນອາກຣີ ໂປຕາສ ຈຳກັດ
ເວລາອອກຂ່າວ: 2021-05-18 18:01:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ໃນວັນທີ 15 ພຶດສະພາ 2021 ນີ້, ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງໆຄຳມ່ວນ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆທ່າແຂກ, ມີບັນດາພະແນກການ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ບ້ານດົງໃຕ້, ເມືອງທ່າແຂກ, ແຂວງຄຳມ່ວນ. ໂດຍການຕ້ອນຮັບຂອງ ທ່ານ ຖົງຢົງເຫີງ ປະທານ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ພ້ອມດ້ວຍພະນັກງານວິຊາການ ພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມ. ໃນການລົງເຄື່ອນໄຫວຄັ້ງນີ້ທ່ານ ວັນໄຊ ພອງສະຫວັນ ໄດ້ຮັບຟັງການລາຍງານ ກ່ຽວກັບການປ້ອງກັນການລະບາດ ຂອງພະຍາດໂຄວິດ-19 ພາຍໃນບໍລິສັດ ເປັນຕົ້ນແມ່ນການຕັ້ງດ່ານກວດກາຄົນ ເຂົ້າ-ອອກ ຂອງໂຮງງານ ພ້ອມທັງເຮັດຮົ້ວອ້ອມເຂດໂຮງງານ ເພື່ອຄວບຄຸມການເຂົ້າ-ອອກ ແລະ ວັດແທກອຸນຫະພູມ, ໃຊ້ຜ້າປິດປາກ-ດັງ , ມີປ້າຍຂອງບໍລິສັດ ຈຶ່ງສາມາດເຂົ້າ-ອອກໄດ້, ທາງບໍລິສັດໄດ້ທຳການຂ້າເຊື້ອພາຍໃນຫໍພັກຄົນງານ, ຫ້ອງອາຫານ ແລະ ສະຖານທີ່ຕ່າງໆ ຢ່າງເປັນເປັນກະຕິ. ນອກຈາກນີ້ແລ້ວຍັງໄດ້ເຊີນທາງຄະນະສະເພາະກິດຂັ້ນແຂວງ ລົງມາເຜີຍແຜ່ໃຫ້ຄວາມຮູ້ ແລະ ຂໍ້ມູນຕ່າງໆ ເພື່ອໃຫ້ພະນັກງານ ແລະ ກຳມະກອນພາຍໃນໂຮງງານໄດ້ຮັບຮູ້ ແລະ ສາມາດປ້ອງກັນການລະບາດຂອງພະຍາດດັ່ງກ່າວ ແລະ ສັກຢາວັກຊິນໄປພ້ອມໆກັນ. ດ້ານສະພາບລວມຂອງບໍລິສັດ ແມ່ນບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໄດ້ຈົດທະບຽນສ້າງຕັ້ງໃນເດືອນພຶດສະພາ 2009 ມາຮອດປະຈຸບັນໄດ້ບັນລຸການຜະລິດເກືອໂປຕາສ 250.000 ໂຕນ/ປີ. ໃນປີ 2021 ຈະສຳເສັດໂຄງການກໍ່ສ້າງ 1 ລ້ານໂຕນທຳອິດ ແລະ ຈະເປັນໂຄງການຜະລິດເກືອໂປຕາສລະດັບ 1 ລ້ານໂຕນທຳອິດໃນຂົງເຂດໃໝ່ ຂອງການຜະລິດເກືອໂປຕາສຢູ່ໃນໂລກ ເພາະວ່າໃນອາຊີ ຖືວ່າເປັນເຂດໃໝ່ໃນການຜະລິດເກືອໂປຕາສ ໃນຕໍ່ໜ້າບໍລິສັດກໍ່ຈະສ້າງໂຄງການເກືອໂປຕາສ 3 ລ້ານໂຕນ/ປີ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ໃນການຜະລິດກະສິກຳ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງຊາດ. ໃນໂອກາດດຽວກັນທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ມີຄຳເຫັນໂອລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ເອົາໃຈໃສຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ແກ່ພະນັກງານກຳມະກອນ ໂດຍສະເພາະທາງດ້ານພາສາ. ໃນຕໍ່ໜ້າບໍລິສັດຈະຂະຫຍາຍໂຄງການ ແມ່ນໃຫ້ປະສານສົມທົບກັບທາງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ເພື່ອນຳເອົາແຮງງານລາວ ເຂົ້າມາເຮັດວຽກໃນໂຄງການທີ່ກຳລັງຂະຫຍາຍ, ໄປພ້ອມໆກັບການປະຕິບັດທາງດ້ານສະຫວັດດີການ-ສັງຄົມ ຂອງພະນັກງານ-ກຳມະກອນ ແມ່ນໃຫ້ທາງບໍລິສັດສຶກສາອົບຮົມໃຫ້ພະນັກງານ-ກຳມະກອນ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ໃນການຈັດຕັ້ງປະຕິບັດຕາມການມອບໝາຍ ເພື່ອແນໃສ່ໃຫ້ບັນລຸໄດ້ຕາມແຜນການ ຫຼື ໄດ້ລື່ນແຜນການ, ພົວພັນປະສານສົມທົບກັບປະຊາຊົນບັນດາເຜົ່າທີ່ຢູ່ອ້ອມຂ້າງ ໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານ. ສຳລັບບໍ່ໃດທີ່ໄດ້ຂຸດຄົ້ນແລ້ວ ທາງບໍລິສັດຕ້ອງໄດ້ປິດບໍ່ ຕາມຂໍ້ຕົກລົງທີ່ໄດ້ກຳນົດໄວ້. ຈາກນັ້ນ ທ່ານ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຊົມພາຍໃນໂຄງການ ແລະ ຮັບຟັງການອະທິບາຍຂັ້ນຕອນຕ່າງໆ ໃນການຜະລິດຂອງໂຮງງານ ແລະ ຕິດຕາມເບິ່ງພາກຂະຫຍາຍຂອງໂຄງການ ໂດຍໄດ້ຮັບຊົມແຜນຜັງ ແລະ ການກໍ່ສ້າງພາຍໃນໂຄງການດັ່ງກ່າວ. ຂ່າວ-ພາບ : ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ