ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານກົມະດຳ ສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-05-18 18:03:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ໃນຕອນເຊົ້າຂອງ ວັນທີ 17 ພຶດສະພາ 2021, ນີ້ ຢູ່ທີ່ສະໂມສອນ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19 ໃຫ້ພະນັກງານ-ນັກຮົບ, ແພດໝໍທີ່ເປັນກຸ່ມສ່ຽງສູງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກົມກອງອ້ອມຂ້າງ ທົ່ວວິທະຍາຄານກົມມະດຳ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ. ການສັກຢາວັກຊີນໃນຄັ້ງນີ້, ກໍເພືຶ່ອປະຕິບັດຕາມທິດຊີ້ນຳ ຂອງກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄ ວິດ-19 ໃຫ້ມີປະສິດທິຜົນສູງ, ໂດຍສະເພາະແມ່ນການສັກຢາວັກຊີນໃຫ້ແກ່ພະນັກງານ-ນັກຮົບ, ທີ່ເປັນກຸ່ມສ່ຽງສູງ ໃນການປະຕິບັດໜ້າທີ່, ເພື່ອ ເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19, ໂດຍຫຼຸດຜ່ອນການຕິດເຊື້ອ, ຫຼຸດຜ່ອນສະພາວະຄວາມກົດດັນທາງສັງຄົມ, ພ້ອມກັນນັ້ນກໍຍັງເປັນການສະແດງຄວາມເປັນແບບຢ່າງ ໃນການສັກຢາວັກຊີນໃນຄັ້ງນີ້ເພື່ອແນໃສ່ສືບຕໍ່ນຳເອົາວັກຊີນດັ່ງກ່າວ ໄປບໍລິການໃຫ້ພະນັກງານ- ນັກຮົບ ໃນທົ່ວວິທະຍາຄານ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງ ໃຫ້ມີຄວາມຮັບປະກັນ ແລະ ປອດໄພ 100%. ໂດຍ : ຕ່ວນບຸບຜາ ທິບທິດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ