ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະນັກງານ-ນັກຮົບ ກົມໃຫ່ຍການເມືອງກອງທັບ ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-18 18:04:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ໃນວັນທີ 18 ພຶດສະພາ 2021ນີ້, ຢູ່ທີ່ສະໂມສອນກົມໃຫ່ຍການເມືອງກອງທັບ ໄດ້ມີການສັກວັກຊິນຕ້ານພະຍາດໂຄວິດ 19 ເຂັມທຳອິດ, ໂດຍມີພະນັກງານ-ນັກຮົບ ຕື່ນຕົວພ້ອມກັນໄປຊັກວັກຊິນຢ່າງພ້ອມພຽງ. ຕາມການລາຍງານຂອງສະຫາຍພັນໂທ ສຸລິເດດ ຈັນມະນີ, ຫົວໜ້າພະແນກເສນາຮັກ, ກົມໃຫ່ຍການເມືອງກອງທັບ ໃຫ້ຮູ້ວ່າ: ພະແນກເສນາຮັກ ກົມໃຫ່ຍການເມືອງກອງທັບ ຮ່ວມກັບສະຖາກັນພະຍາກກອງທັບ ໄດ້ຈັດຕັ້ງສັກຢາວັກຊິນຕ້ານໂຄວິດ-19, ຢາທີ່ນຳມາສັກຄັ້ງນີ້ແມ່ນ ຊິນນາຟາມ ແລະ ເປັນເຂັມທຳອິດ. ການມາສັກນັ້ນແມ່ນຢູ່ໄລຍະການລັອກດາວ ພະນັກງານແມ່ນໄດ້ຜັດປ່ຽນກັນມາ, ຄາດວ່າການສັກເຂັມທຳອິດ ແມ່ນຈະໃຫ້ສຳເລັດ ໃນເດືອນ ກໍລະກົດ 2021ນີ້, ສຳລັບນາຍ ແລະ ພົນທະຫານ ທີ່ມີເງື່ອນໄຂຄົບຖ້ວນ ເຖີງແມ່ນວ່າບໍ່ໄດ້ສັກໃນຄັ້ງນີ້ ແມ່ນສາມາດໄປສັກຢູ່ຕາມສູນຕ່າງໆ ເຊັ່ນສາຖາບັນກັນພະຍາດກອງທັບ ຫຼື ໂຮງໝໍ ສູນກາງ 103 ກໍ່ໄດ້. ຄາດວ່າການສັກຢາຕ້ານໂຄວິດ-19 ນີ້ ພະນັກງານ-ນັກຮົບ ທົ່ວກົມໃຫ່ຍການເມືອງກອງທັບແມ່ນຈະປະຕິບັດໃຫ້ໄດ້ຮັບການສັກຢາ ກວມເອົາ 95%. ໃນໂອກາດດັ່ງກ່າວສະຫາຍພັນໂທ ສຸລິເດດ ຈັນມະນີ ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການສັກຢາຈົ່ງປະຕິບັດຕາມແພດສັ່ງ ເປັນຕົ້ນແມ່ນບໍ່ໃຫ້ກິນຂອງດອງ ແລະ ຂອງມືນເມົາຕ່າງໆ ທັງນີ້ກໍ່ເພື່ອຮັບປະກັນກັນໃນການສັກຢາໃຫ້ໄດ້ຮັບຜົນດີ ແລະ ສະຫາຍຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບເຂັມທີ 2 ແມ່ນຈະເລີ່ມຕົ້ນ ໃນເດືອນ ສິງຫາ ແລະ ຄາດວ່າ ຈະໃຫ້ສຳເລັດໃນເດືອນ ທັນວາ 2021 ແມ່ນໃຫ້ສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ