ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍີ່ປຸ່ນປະກາດຫ້າມຄົນ 7 ປະເທດ ເດີນທາງເຂົ້າຍີ່ປຸ່ນເພື່ອສະກັດກັ້ນໂຄວິດ-19
ເວລາອອກຂ່າວ: 2021-05-21 15:59:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 12508 | ຄວາມນິຍົມ:



ສໍານັກຂ່າວ ກຽວໂດ ລາຍງານເມື່ອວັນທີ 20 ພຶດສະພາ 2021 ນີ້ວ່າ: ລັດຖະບານຍີ່ປຸ່ນປະກາດຫ້າມໃຫ້ຊາວຕ່າງຊາດທີ່ເດີນທາງມາຈາກປະເທດໄທ, ກໍາປູເຈຍ, ສີລັງກາ, ຕີມໍແລັດສະເຕ, ມົງໂກລີ, ແຊັງລຸຍຊີ ແລະ ປະເທດເຊແຊນ ບໍ່ໃຫ້ເດີນທາງເຂົ້າປະເທດຍີ່ປຸ່ນ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19. ທັງນີ້, ນັກເດີນທາງຕ່າງຊາດທີ່ໄດ້ເດີນທາງໄປຍັງ 7 ປະເທດດັ່ງກ່າວນັ້ນ ກໍຈະບໍ່ອະນຸຍາດໃຫ້ເດີນ ທາງເຂົ້າປະເທດຍີ່ປຸ່ນໄດ້ເຊັ່ນກັນ ຍົກເວັ້ນຈະມີເຫດສຸກເສີນ ແຕ່ຂໍ້ຫ້າມດັ່ງກ່າວບໍ່ໄດ້ມີຜົນບັງຄັບໃຊ້ກັບຄົນຍີ່ປຸ່ນ. ຈາກການປະກາດດັ່ງກ່າວເຮັດໃຫ້ຈໍານວນປະເທດທີ່ຫ້າມເດີນທາງເຂົ້າປະເທດຍີ່ປຸ່ນເພີ່ມຂື້ນເປັນ 159 ປະເທດ ເຊິ່ງມາດຕະການດັ່ງກ່າວຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 21 ພຶດສະພານີ້. ໂດຍ: ຄໍາສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ