ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ປະກາດການຈັດຕັ້ງຂັ້ນຫົວໜ້າ-ຮອງພະແນກ
ເວລາອອກຂ່າວ: 2021-06-08 13:12:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ໃນວັນທີ 08 ມິຖຸນາ 2021 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ປະການການຈັດຕັ້ງ ຂັ້ນຫົວໜ້າ-ຮອງພະແນກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບສະບັບເລກທີ 1868/ກມທ ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າ-ຮອງພະແນກຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບຄື: ແຕ່ງຕັ້ງສະຫາຍ ພັນໂທ ໄພທູນ ວົງສາຍຄໍາ ເປັນຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ສອນໄຊ ອິນທະວົງ ເປັນຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ວິໄລສິນ ລິນທະສອນ ເປັນຫົວໜ້າພະແນກກວດກາ, ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ເປັນຫົວໜ້າພະແນກພະນັກງານ, ສະຫາຍ ພັນໂທ ນາງ ທອງແພງ ວົງສາ ເປັນຫົວໜ້າພະແນກປະກັນສັງຄົມ, ສະຫາຍ ພັນຕີ ນາງ ວົງແສງ ດາລາເພັດ ເປັນຮອງຫົວໜ້າພະແນກປະກັນສັງຄົມ. ການປະກາດການຈັດຕັ້ງໃນຄັ້່ງນີ້ ກໍເພື່ອເປັນການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່) ໃນພາກ II ໝວດ 4 ມາດຕາ ທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ເຊິ່ງການແຕ່ງຕັ້ງໃນຄັ້ງນີ້ ເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກອງທັບປະຊາຊົນລາວເວົ້າລວມ, ເວົ້າສະເພາະແມ່ນຢູ່ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໃຫ້ເຂັ້ມແຂງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່່ເປັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ໂດຍໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງກໍາແໜ້ນແນວທາງນະໂຍບາຍຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງ ແລະ ການຈັດຕັ້ງມອບໝາຍໃຫ້, ເສີມຂະຫຍາຍຄວາມເປັນແບບຢ່າງ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ,ຄົ້ນຄວ້າຊອກຮູ້ຮໍ່າຮຽນ ເພື່ອປັບປຸງ-ກໍ່ສ້າງກົມກອງໃຫ້ເຂັ້ມແຂງໜັກແໜ້ນ. ໂດຍ: ວິລະພັນ ຊາພູວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ