ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳແຂວງອຸດົມໄຊ ມອບວັດຖຸປັດໃຈໃຫ້ແກ່ພະນັກງານ-ນັກຮົບກອງຮ້ອຍ 414
ເວລາອອກຂ່າວ: 2019-01-02 09:01:31 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ເນື່ອງໃນໂອກາດຫ້າງຫາກະກຽມຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ການນໍາ ແຂວງອຸດົມໄຊ ນໍາໂດຍທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆອຸດົມໄຊ, ທ່ານ ພົນຈັດ ຕະວາ ຈັນທະວອນ ໄຊຍະຜົງ ກໍາ ມະການພັກແຂວງຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງ ພ້ອມດ້ວຍບັນດາ ທ່ານຄະນະປະຈໍາພັກແຂວງ, ພະ ແນກການອ້ອມຂ້າງແຂວງ ໄດ້ນໍາ ເອົາວັດຖຸປັດໄຈໄປມອບໃຫ້ພະ ນັກງານ-ນັກຮົບກອງຮ້ອຍ 141 ທະຫານປ້ອງກັນຊາຍແດນ ລາວ- ຈີນ ໃນວັນທີ 26 ທັນວາ 2018. ວັດຖຸປັດໄຈ ທີ່ນໍາໄປມອບຄັ້ງນີ້ມີ ເຄື່ອງກີລາພ້ອມດ້ວຍເຄື່ອງບໍລິ ໂພກ ແລະ ເງິນສົດ ລວມມູນຄ່າ 8 ລ້ານກວ່າກີບ. ກ່າວຮັບໂດຍ ພັນຕີ ບຸນນ້ອຍ ຈັນສະໝອນ ຫົວ ໜ້າການທະຫານກອງຮ້ອຍ 141 ທະຫານປ້ອງກັນຊາຍແດນ ລາວ- ຈີນ. ໂອກາດດັ່ງກ່າວທ່ານເຈົ້າ ແຂວງໆອຸດົມໄຊ ໄດ້ຮຽກຮ້ອງ ໃຫ້ພະນັກງານ-ນັກຮົບ ກໍຄືນາຍ ແລະ ພົນທະຫານໃນກົມກອງ ຈົ່ງພ້ອມກັນສືບຕໍ່ເຄື່ອນໄຫວເຮັດ ສໍາເລັດໜ້າທີ່ວິຊາສະເພາະຂອງ ຕົນ, ເອົາໃຈໃສ່ໃນການລົງກໍ່ ສ້າງຮາກຖານປະຊາຊົນໃຫ້ເປັນປົກກະຕິຕໍ່ເນື່ອງ, ຕັ້ງໜ້າປັບປຸງ ກໍາລັງກອງຫຼອນ-ປ້ອງກັນຕົວ ໃນຂອບເຂດກົມກອງຮັບຜິດຊອບ ໃຫ້ດີເພື່ອຕອບຕ້ານ ແລະ ສະກັດ ກັ້ນຕໍ່ກຸ່ມຄົນບໍ່ດີ, ຕິດຕາມກວດ ກາບໍລິເວນຊາຍແດນ, ກວດ ກາການເຂົ້າ-ອອກເມືອງ, ການ ໄປ-ມາຄ້າຂາຍຂອງປະຊາຊົນ ໃຫ້ຖືກຕ້ອງຕາມລະບຽບກົດ ໝາຍຊາຍແດນ, ພ້ອມດຽວກັນນີ້ ກໍຕ້ອງປັບປຸງລະບຽບແບບແຜນຂອງກົມກອງໃຫ້ເຂັ້ມແຂງກວ່າເກົ່າ, ເອົາໃຈໃສ່ໃນການເພີ່ມພູມຜະລິດຜົນປູກຝັງ-ລ້ຽງສັດເພື່ອ ແກ້ໄຂຊີວິດການເປັນຢູ່ໃນກົມ ກອງ, ອອກແຮງແຂ່ງຂັນກັນ ສ້າງຜົນງານ ແລະ ຂະບວນການ ດ້ານຕ່າງໆໃຫ້ມີບັນຍາກາດຟົດ ຟື້ນ ແລະ ມີເນື້ອໃນກວ້າງຂວາງ ເພື່ອຂໍ່ານັບຮັບຕອ້ນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ