ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ສໍາເລັດການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຮອບ 2
ເວລາອອກຂ່າວ: 2021-06-10 17:28:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນວັນທີ 8 ມິຖຸນາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສໍາເລັດການສັກຢາວັກ ຊີນປ້ອງກັນພະຍາດໂຄວິດ-19 ຮອບ 2 ໃຫ້ແກ່ກຸ່ມເປົ້າຫມາຍທີ່ມີອາຍຸ ແຕ່ 18-60 ປີຂື້ນໄປ ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄໍາພູ ເພັດສັງຄາ, ຄະນະພັກ-ຄະນະອໍານວຍການ, ຫົວຫນ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະສະເພາະກິດຈາກກົມເສນາຮັກ, ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແພດຫມໍ, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ໃນທົ່ວໂຮງຮຽນເຂົ້າຮ່ວມ. ການຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໂດຍປະຕິບັດຕາມຄໍາສັ່ງ ຂອງຄະນະກວດກາການຄວບຄຸມການລະບາດຂັ້ນສູນກາງ ກໍຄືຄະນະສະເພາະກິດຂອງກະຊວງປ້ອງກັນປະ ເທດ ເພື່ອສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານນັກຮົບ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເຊິ່ງໃນໄລຍະຜ່ານມາພະນັກງານ-ນັກຮົບ ແມ່ນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວຮອບທີ 1 ໃນວັນທີ 11 ພຶດສະພາ 2021 ຜ່ານມາ, ເຊິ່ງການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ແມ່ນເພື່ອສ້າງ ພູມຄຸ້ມກັນໃຫ້ກັບຮ່າງກາຍ, ເຊິ່ງຜູ້ທີ່ຈະສັກວັກຊີນຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດຕາມ ແບບຟອມສອບຖາມກ່ອນສັກວັກຊີນ ກວດກາສຸຂະພາບ ຜ່ານການວັດແທກອຸນຫະພູມຮ່າງກາຍ, ຄວາມດັນ, ພ້ອມທັງເຫັນດີອະນຸຍາດໃຫ້ແພດສັກດ້ວຍຄວາມສະຫມັກໃຈ, ເປັນຜູ້ທີ່ມີສຸຂະພາບ ແຂງແຮງ, ບໍ່ມີພະຍາດປະຈໍາຕົວ, ພາຍຫຼັງສັກວັກຊີນແລ້ວຕ້ອງນັ່ງພັກຜ່ອນເປັນເວລາ 25-30 ນາທີ ເພື່ອຕິດຕາມອາການ ແລ້ວຮັບໃບຢັ້ງຢືນ ຫຼັງຈາກນັ້ນແມ່ນໃຫ້ຕິດຕາມສຸຂະພາບຂອງຕົນເອງພາຍໃນ 1 ອາທິດ ຫ້າມດື່ນເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິໃຫ້ຮີບຮ້ອນລາຍງານ ພ້ອມປຶກສາແພດປະຈໍາກົມກອງຢ່າງຮີບດ່ວນ ພາບ-ຂ່າວ ຄໍາແສງ ຫນໍ່ທອງຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ