ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມປືກສາຫາລືກ່ຽວກັບໂຄງການພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ 4 ແຂວງພາກໃຕ້
ເວລາອອກຂ່າວ: 2021-06-10 17:33:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ກອງປະຊຸມປືກສາຫາລືກ່ຽວກັບໂຄງການພັດທະນາບໍລິເວນຊາຍແດນລາວ-ຫວຽດນາມ 4 ແຂວງພາກໃຕ້ ຈັດຂື້ນທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງຈໍາປາສັກ. ໃນວັນທີ 7 ມິຖຸນາ 2021 ນີ້. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີບັນດາສະຫາຍໃນຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາຊາຍແດນ ລາວ-ຫວຽນາມ ຈາກກະຊວງປ້ອງກັນປະເທດ, ມີອໍານາດການປົກຄອງແຂວງ ແລະ ຄະນະພັກ-ຄະນະບັນຊາ ແລະ ຄະນະຮັບຜິດຊອບ ໃນໂຄງການຮ່ວມມືພັດທະນາຊາຍແດນ ລາວ-ຫວຽດນາມ ຈາກບັນດາ 4 ແຂວງພາກໃຕ້ຄື: ແຂວງອັດຕະປື ແຂວງສາລະວັນ ແຂວງເຊກອງ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ. ສະຫາຍ ພັນເອກ ສໍາລານ ສິລິໂພຄໍາ ຮອງຫົວໜ້າກົມສູ້ຮົບກົມໃຫ່ຍເສນາທິການກອງທັບ ຄະນະຊີ້ນໍາໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2207 ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ໂດຍໄດ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ 5 ສະຫາຍ ປະກອບດ້ວຍ: 1.ສະຫາຍ ພົນຕີ ວົງຄໍາ ພິມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າ, 2. ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈຍຊາ ຮອງກົມໃຫ່ຍເສນາທິການກອງທັບເປັນຮອງ, 3. ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງກົມໃຫ່ຍການເມືອງກອງທັບ ເປັນຮອງ, 4. ສະຫາຍ ພັນເອກ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງ ເປັນຄະນະ, 5. ສະຫາຍ ພັນເອກ ສໍາລານ ສີລິໂພຄໍາ ຮອງຫົວໜ້າກົມສູ້ຮົບ, ກົມໃຫ່ຍເສນາທິການກອງທັບ ເປັນຄະນະ ແລະແຕ່ງຕັ້ງກອງເສນາທິການຄະນະຊີ້ນໍາໂຄງການຮ່ວມມືພັດທະນາ ລາວ-ຫວຽດນາມ 22 ສະຫາຍໃນກອງປະຊຸມ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ 4 ແຂວງພາກໃຕ້ ໄດ້ຜ່ານແຜນການພັດທະນາບໍລິເວນຊາຍແດນ ລາວ-ຫວຽດ ໃນຂອບເຂດຄວາມຮັບຜິດຊອບກົມກອງຂອງຕົນ ໃຫ້ກອງປະຊຸມໄດ້ຮັບຊາບ ເພື່ອແລກປ່ຽນ-ຖອດຖອນບົດຮຽນ ເຊີ່ງກັນ ແລະ ກັນ ໃຫ້ມີຄວາມລະອຽດ ຄົບຖ້ວນສົມບູນ ສອດຄ່ອງກັບຈຸດປະສົງຂອງໂຄງການ ຮ່ວມມືພັດທະນາບໍລິເວນຊາຍແດນ ລາວ- ຫວຽດນາມ ດັ່ງກ່າວເຊີ່ງ ພັກ-ລັດຖະບານ ຂອງສອງປະເທດ ລາວ-ຫວຽດນາມ ໄດ້ມີຈຸດປະສົງມຸ່ງພັດທະນາບໍລິເວນຊາຍແດນຢ່າງຮອບດ້ານ ໂດຍມອບໃຫ້ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຮ່ວມມືກັນເປັນຜູ້ຮັບຜິດຊອບໂຄງການພັດທະນາດັ່ງກ່າວ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງ, ທີ່ຢູ່ອາໃສ, ຖະໜົນ, ຫົນທາງ, ລະບົບໄຟຟ້າ, ນໍ້າສະອາດ, ລະບົບຊົນລະປະທານ ເພື່ອການກະສິກໍໍາ. ການພັດທະນາດ້ານການສືກສາ, ສຸຂະພາບ-ເສດຖະກິດວັດທະນະທໍາ-ສັງຄົມ. ໃຫ້ມີການພັດທະນາດີຂື້ນຢ່າງເປັນລະບົບ. ອັນທີ່ສໍາຄັນກໍ່ຄືການສືກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພໍ່ແມ່ປະຊາຊົນບໍລິເວນຊາຍແດນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ໃນທ້ອງຖິ່ນຂອງຕົນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີຄວາມສະຫງົບປອດໄຟປອດໄຟໂດຍພື້ນຖານ ຫລື ເອີ້ນວ່າມີສະຖຽນລະພາບ ແລະ ມີການຂະຫຍາຍຕົວຢ່າງຮອບດ້ານ. ສໍາລັບຈຸດສຸມຂອງແຂວງຈໍາປາສັກໃນໂຄງການທີ່ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ລາຍງານຕໍ່ກອງປະຊຸມຄັ້ງນີ້ ແມ່ນແຜນການສ້າງສຸກສາລາ, ໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຫລາຍແຫ່ງ ແລະ ລະບົບນໍ້າລີນ-ນໍ້າສະອາດລວມ 10 ຈຸດສຸມທີ່ນອນໃນໂຄງການພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ດັ່ງກ່າວ. ໂອກາດນີ້ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຕີລາຄາຄືນ ຕໍ່ແຜນການຈຸດສຸມຂອງຄະນະຮັບຜິດຊອບໂຄງການແຕ່ລະແຂວງ ທີ່ໄດ້ຜ່ານຕໍ່ກອງປະຊຸມ ແລະ ໄດ້ມີຄໍາເຫັນໂອ້ລົມທີ່ເປັນທິດທາງອັນສໍາຄັນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ດັ່ງກ່າວໄດ້ປະກົດຜົນເປັນຈິງໃຫ້ມີຜົນສໍາເລັດອັນໃຫ່ຍຫລວງ ແລະ ຈົບງາມ. ຂ່າວ: ທິບມະນີວັນ ຄໍາວິເສດ ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ