ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມຊ່າງແສງມອບ-ຮັບໜ້າທີ່ ໃຫ້ຄະນະພັກ-ຄະນະບັນຊາຢູ່ກອງຮ້ອຍເອກະລາດ 51
ເວລາອອກຂ່າວ: 2021-06-11 11:13:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1417 | ຄວາມນິຍົມ:



ວັນທີ 10 ມີຖຸນາ 2021 ນີ້, ຢູ່ທີ່ກອງຮ້ອຍເອກະລາດ 51 ກົມຊ່າງແສງໄດ້ຈັດພິທີມອບ-ຮັບໜ້າທີ່ຂອງຄະນະພັກ-ຄະນະບັນຊາກອງຮ້ອຍເອກະລາດ 51 ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີບັນດາພະແນກການຂອງກົມຊ່າງແສງ ແລະ ຄະນະພັກ-ຄະນະບັນຊາເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທກອງໄຊ ຈັນທະນຸວົງ ຫົວໜ້າການເມືອງຜູ້ເກົ່າ ໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບໜ້າທີ່ຂອງຄະນະພັກ-ຄະນະບັນຊາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ທັງນີ້ ກໍເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງການນໍາພາ-ບັນຊາ ໃນກອງກໍາລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດນີ້, ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ເສນາທິການກອງທັບ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ ທີ່ໄດ້ຮັບໜ້າທີ່ໃໝ່ເວລາໃດກໍຕ້ອງໄດ້ພ້ອມກັນເສີດຊູນຳໃຈ ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ ຢ່າງເຂັ້ມງວດ ພ້ອມນີ້ ສະຫາຍ ປະທານຍັງໄດ້ເນັ້ນໜັກຜູ້ທີ່ໄດ້ຮັບການແຕ່ງ ໃໝ່ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ ຂັ້ນເທິງ ແລະ ການຈັດຕັ້ງມອບມາຍໃຫ້, ສືບຕໍ່ປັບປຸງແບບແຜນກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກແໜ້ນແຟ້ນ, ເຮັດວຽກຕາມແຜນທີລະບຸໄວ້ໃຫ້ປະກົດຜົນຈິງໃນສະເພາະໜ້າ ແລະ ຍາວນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ