ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ- 19 ເພີ່ມ 4 ກໍລະນີ
ເວລາອອກຂ່າວ: 2021-06-11 14:07:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ໃນວັນທີ 11 ມີຖຸນາ ປີ 2021 ດຣ. ສ ສະຫວາດ ສຸດທານ ລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານວ່າ ໃນວັນທີ 10 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,826 ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງໝົດ 04 ກໍລະນີ , ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ , ສຳລັບນະຄອນຫຼວງວຽງຈັນ ແມ່ນກໍລະນີ ຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົົ່າ ແລະ 2 ຄົນຈາກແຂວງສະຫວັນນເຂດແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ, ຕິດເຊື້ອສະສົມທັງໝົດ 1,979 ກໍລະນີ (ໃໝ່ 4), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປີ່ນປົວຫາຍດີສະສົມ 1,827 ກໍລະນີ ແລະ ກຳລັງປິ່ນປົວ 149 ກໍລະນີ + ເຂດສ່ຽງ/ສະຖານທີທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ: ວັນທີ 31/05/2021: ໄປຫານາຍແປພາສາ ຢູ່ບ້ານໜອງສະໂນຄໍາ, ເມືອງສີໂຄດຕະບອງ; ວັນທີ 03/06/2021: ໄປຫາໝູ່ ຢູ່ຮ້ານນໍ້າປັ່ນ ໃກ້ກັບຮ້ານກາເຟ ຕັ້ງຢູ່ View Mall ຫຼັກ 05; (ປະຈຸບັນ ຈໍານວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມ 17 ບ້ານ ໃນ 06 ເມືອງ ແລະ ບ້ານໃໝ່ທີ່ກໍານົດເປັນບ້ານເຂດແດງໃນວັນທີ່ 10 ມີຖຸນາ 2021 ແມ່ນບໍ່ມີ ບ້ານເຂດແດງໃໝ່)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ