ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລະຫວ່າງຜູ້ເກົ່າ ແລະ ໃໝ່
ເວລາອອກຂ່າວ: 2021-06-11 14:15:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ຕອນເຊົ້ນຂອງວັນທີ 11 ມິຖຸນາ 2021ນີ້. ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີມອບ - ຮັບໜ້າທີ່ລະຫວ່າງຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່. ໂດຍການ ເປັັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກບັນດາກົມ, ຫົວໜ່ວຍທຸລະກິດທີ່ຂື້ນກັບກະຊວງປ້ອງກັນປະເທດ ແລະ ພະແນກການທີ່ກ່ຽວຂ້ອງເຂົ້ານຮ່ວມ. ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກງານ ກົມໃຫຍ່ຫານເມືອງກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2212/ກທມ ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ໂດຍແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດປ່ຽນແທນ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ທີລໍຖ້າພັກຮັບບໍານານຕາມລະບຽບກົດໝາຍ. ໂອກາດນີ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ສະແດງຄວາມຊົມເຊີຍມາຍັງ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ທີ່ໄດ້ເຮັດສໍາເລັດໜ້າທີອັນມີກຽດຂອງຕົນໃນຜ່ານມາ, ເຊິ່ງການປັບປຸງການຈັດຕັ້ງແມ່ນເປັນໄປຕາມທໍາມະຊາດ, ນີ້ແມ່ນກົດເກນພາວະວິໃສຂອງມະນຸດ, ບໍ່ມີຜູ້ໃດຈະສາມາດຄົງຕົວໃນໜ້າທີ່ຕະຫຼອດໄປ, ເມື່ອເຖິງອາຍຸກະສຽນເຖິງແລ້ວ ກໍ່ຕ້ອງພັກຜອ່ນເຂົ້າບໍານານຕາມກົດ ໝາຍຂອງ ສປປ ລາວ ກໍ່ຄື ຂອງກະຊວງປ້ອງກັນປະເທດ, ການທີ່ເຂົ້າບໍານານທີ່ຖືກຕ້ອງຕາມລະບຽບການ ແມ່ນການສະແດງເຖິງຜົນສໍາເລັດອັນຫຍິ່ງໃຫຍ່ ແລະ ມີກຽດສັກສີສະງ່າງາມ. ຜູ້ທີ່ອໍາລາຈາກຕໍາແນ່ງ ເຖິງຈະບໍ່ໄດ້ມາປະຈໍາການປົກກະຕິ, ແຕ່ກໍ່ຍັງມີພາລະບົດບາດຊີ້ນໍາ ນໍາພາປະຊາຊົນໃນຂົງເຂດທີ່ຕົນສັງກັດໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ ແລະ ຍັງເປັນທີ່ປຶກສາໃນເມື່ອຊາດຕ້ອງການ, ເວົ້າລວມແລ້ວ ເຖິງຈະສິ້ນສຸດວາລະເປັນຜູ້ນໍາ ແຕ່ຍັງແບກຮາບພະລະບົດບາດຄຽງບ່າຄຽງໄລ່ກັບຂັ້ນເທິງຢູ່ສະເໝີ. ພ້ອມກັນນັ້ນ ທ່ານກໍ່ໄດ້ເນັ້ນໜັກໃຫ້ຜູ້ທີ່ເຂົ້າຮັບຕໍາແໜ່ງຮັກສາການຫົວໜ້າຫ້ອງວ່າການຄົນໃໝ່ຈົ່ງຮັກສາມູນເຊື້ອອັນດີງາມທີ່ມີມາກ່ອນ ພ້ອມທັງເສີມຂະຫຍາຍວຽກງານຮອບດ້ານ ແລະ ອຸທິດສະຕິທັງກາຍໃຈ, ຄວາມຮູ້ ຄວາມສາມາດເຂົ້າໃນການຊີ້ນໍາ ນໍາພາ, ຍຶດໝັ້ນຫຼັກລວມສູນຂອງພັກ, ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກໃຫ້ປະກົດຜົນເປັນຈິງ. ໂດຍ: ຄໍາບົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ